ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ

- IMG 2540 - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ
- kitchen vibe - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ

ທ່ານ ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ຂຶ້ນລາຍງານຜົນງານການເຄື່ອນໄຫວວຽກງານໄລຍະ 1 ປີຜ່ານມາ ໃນກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນວຽກງານຈຸດສຸມ ໃນປີ 2023 ເມື່ອວັນທີ 9 ກຸມພາ 2023 ວ່າ: ທົ່ວເມືອງເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ, ທຽບໃສ່ປີ 2021 ຫລຸດລົງ 7 ເລື່ອງ, ໃນນີ້ແກ້ໄຂໄດ້ 140 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 104 ຄົນ, ຍິງ 10 ຄົນ; ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ, ແກ້ໄດ້ 98 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 42 ຄົນ ຍິງ 3 ຄົນ; ການລັກດ້ວຍຮູບການງັດແງະ 30 ເລື່ອງ, ທຽບໃສ່ປີ 2021 ຫລຸດລົງ 3 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 64 ຄົນ ຍິງ 3 ຄົນ; ຊີິງຊັບພົນລະເມືອງ 13 ເລື່ອງ, ທຽບໃສ່ປີ 2021 ຫລຸດລົງ 4 ເລື່ອງ, ແກ້ໄຂໄດ້ 7 ເລື່ອງ ກັກຕົວຜູ້ຖືກຫາໄດ້ 7 ຄົນ; ການທຳລາຍຊັບ 2 ເລື່ອງ, ການທຳຮ້າຍຮ່າງກາຍ 3 ເລື່ອງ, ຜົນເສຍຫາຍ ມີເງິນ 27.040.000 ກີບ, 1.200 ບາດ, 17.001 ໂດລາ, 1.200 ຢວນ, ຄຳຮູບປະພັນນໍ້າໜັກ 3 ບາດ ແລະ ວັດຖຸມີຄ່າຕ່າງໆຈໍານວນໜຶ່ງ; ຂອງກາງທີ່ເກັບກູ້ມາໄດ້ມີ: ລົດຈັກ 50 ຄັນ, ເງິນ 248.000.000 ກີບ, ເງິນ 220,000 ບາດ, ເງິນ 41.000 ໂດລາ, ຄຳຮູບປະພັນນໍ້າໜັກ 3 ບາດ, ປືນສັ້ນ 3 ກະບອກ ພ້ອມລູກປືນ 22 ລູກ, ໂທລະສັບ 3 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ ແລະ ວັດຖຸມີຄ່າຕ່າງໆຈໍານວນໜຶ່ງ.

ພ້ອມນີ້, ທ່ານ ເອກສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວທີ່ຄະນະພັກ-ຄະນະບັນຊາ ປກສ ເມືອງສີສັດຕະນາກ ສາມາດຍາດມາໄດ້ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມນຳພາການເມືອງນຳພາແນວຄິດ ໃຫ້ນາຍ ແລະ ພົນຕຳຫລວດ ຢ່າງເປັນປົກກະຕິໃຫ້ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ; ມີສະຕິຕໍ່ການຈັດຕັ້ງ, ມີຄວາມເຂັ້ມງວດລະບຽບວິໄນ, ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງມີຄຸນສົມບັດສິນທຳປະຕິວັັດ ຍົກສູງສະຕິຕື່ນຕົວເປັນເຈົ້າການໃນການປະຕິບັດມະຕິ, ຄໍາສັ່ງ, ມີແບບແຜນການນຳພາ ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ ແລະ ປະຕິບັດລະບອບສ່ອງແສງລາຍງານ ໃຫ້ເປັນປົກກະຕິຕໍ່ເນື່ອງ, ພ້ອມທັງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ.

- Visit Laos Visit SALANA BOUTIQUE HOTEL - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ
- Visit Laos Visit SALANA BOUTIQUE HOTEL - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ

 

- 3 - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ
- 4 - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ
- 5 - ປີ 2022 ປກສ ເມືອງສີສັດຕະນາກ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 183 ເລື່ອງ ພົ້ນເດັ່ນແມ່ນການລັກລົດຈັກ 135 ເລື່ອງ