ເຜີຍແຜ່ເອກະສານການນຳໃຊ້ງົບປະມານຂອງລັດ ເພື່ອປັບປຸງແກ້ໄຂບາງບັນຫາ ໃນການປະຕິບັດວຽກງານຕົວຈິງ

ຫ້ອງວ່າການສູນກາງພັກ (ຫສພ) ເຜີຍແຜ່ເອກະສານວຽກງານການເງິນ ໃນວັນທີ 15 ກຸມພາ 2023 ໂດຍເປັນປະທານຂອງ ທ່ານ ເພັດຖາວອນ ພິລາວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ມີຄະນະພັກເຂົ້າຮ່ວມ.
ທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໃຫ້ຮູ້ວ່າ: ການເຜີຍແຜ່ ບັນດາເອກະສານທີ່ສຳຄັນຂອງວຽກງານການເງິນ ໂດຍສະເພາະຂໍ້ຕົກລົງວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ເຊິ່ງເອກະສານດັ່ງກ່າວແມ່ນໄດ້ສັງລວມ ແລະ ໂຮມເຂົ້າກັນລະຫວ່າງ ຂໍ້ກຳນົດໝາຍຂອງກະຊວງການເງິນ ສະ ບັບເລກທີ 4000/ກງ ແລະ ດຳລັດ 205 ຂອງລັດຖະບານ, ມາເປັນ ເລກທີ 0200/ກງ, ນອກນັ້ນ, ກໍມີເອກະສານ ຂໍ້ກຳນົດກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນລັດຊຶ່ງໄດ້ຄັດຈ້ອນອອກມາຈາກກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ເອກະສານສຸດທ້າຍແມ່ນບົດແນະນຳການປະກອບເອກະສານ ແລະ ກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ ຂອງຫ້ອງວ່າການສູນກາງພັກ. ທັງໝົດນັ້ນ, ແມ່ນເອກະສານ ທີ່ມີຄວາມຈຳເປັນຍິ່ງ ເພື່ອແນໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ໄປຕາມລະບຽບ ແລະ ກົດໝາຍຂອງລັດ. ດັ່ງໃນມະຕິຂອງພັກເຮົາ ໄດ້ເວົ້າວ່າ “ສ້າງລັດແຫ່ງກົດໝາຍ”. ສະນັ້ນ, ຈຸດປະສົງຂອງການເຜີຍແຜ່ເອກະສານທີ່ໄດ້ສະເໜີມານັ້ນ, ເນື້ອໃນຕົ້ນຕໍ ແມ່ນພວກເຮົາມາທົບທວນຄືນ ບັນດານິຕິກຳ ກໍຄື ກົດໝາຍດັ່ງກ່າວ ໃຫ້ເຂົ້າໃຈເລິກເຊິ່ງ ແລະ ບາງຈຸດກໍເປັນການເສີມຂະຫຍາຍຕື່ມ ເພື່ອໃຫ້ໄປຕາມກົນໄກການຕະຫລາດ ແລະ ຄວາມສອດຄ່ອງກັບສະຖານະການຂອງເສດຖະກິດ ໃນປັດຈຸບັນ.
ເພື່ອແນ່ໃສ່ປັບປຸງ ແລະ ແກ້ໄຂບາງບັນຫາ ໃນການຈັດຕັ້ງປະຕິບັດຕົວຈິງຂອງວຽກງານ ໂດຍສະເພາະແມ່ນການນຳໃຊ້ງົບປະມານແຫ່ງລັດ ເຂົ້າໃນການບໍລິຫານຮັບໃຊ້ໃຫ້ແກ່ການນຳຂອງພັກ ໃຫ້ຖືກຕ້ອງຕາມກລະບຽບ ແລະ ຫລັກການ, ເຊິ່ງຜ່ານມາເຮົາສັງເກດເຫັນວ່າການຈັດຕັ້ງປະຕິບັດໃນໄລຍະຜ່ານມາໄດ້ມີຄວາມຫຍຸ້ງຍາກເປັນຕົ້ນ: ຄວາມຕ້ອງການຂອງໜ້າທີ່ວຽກງານຂອງພວກເຮົາແມ່ນຫລາຍ ແຕ່ງົບປະມານຂອງພວກເຮົາແມ່ນຈຳກັດ; ຄວາມອາດສາມາດໃນການສະໜອງດ້ານງົບປະມານ ຍັງຢູ່ໃນລະດັບເກົ່າ ເຊິ່ງມັນເກີດຂຶ້ນຈາກປັດໄຈຫລາຍດ້ານເຊັ່ນ: ວິກິດການທາງດ້ານເສດຖະກິດ, ຜົນກະທົບດ້ານພະລັງງານ, ສະພາບການເມືອງຂອງໂລກມີການປ່ຽນແປງ, ສະພາບການເກັບລາຍຮັບຂອງຊາດບໍ່ບັນລຸຕາມເປົ້າໝາຍ, ຄ່າຄອງຊີບທີບຕົວຂຶ້ນສູງ ແລະ ອື່ນໆ ເຊິ່ງມັນຮຽກຮ້ອງໃຫ້ພວກເຮົາຕ້ອງຮັດສາຍແອວເຂົ້າ, ພວກເຮົາຕ້ອງເຂັ້ມງວດ ໃນການຈັດຕັ້ງປະຕັ້ງປະຕິບັດ ໂດຍສະເພາະດ້ານການເງິນ ເອກະສານທຸກຢ່າງໃນການນຳໃຊ້ງົບປະມານ ຕ້ອງໄປຕາມຫລັກການ, ມີການກວດກາຫລັງການຈ່າຍ, ມີການກວດສອບ, ມີການກວດກາສະຫລຸບ ແລະ ລາຍງານ ຢ່າງໂປ່ງໄສ ແລະ ສາມາດກວດສອບໄດ້ ແລະ ສິ່ງສຳຄັນອີກອັນໜຶ່ງ ແມ່ນການປະຢັດຕ້ານການຟູມເຟື້ອຍ, ສ້າງຈິດສຳນຶກໃຫ້ທຸກຄົນມີຄວາມມານະອົດທົນປະຢັດມັດທະຍັດ, ໃຊ້ຈ່າຍຢ່າງສົມເຫດສົມຜົນ ແລະ ຜ່ານຜ່າວິກິດດັ່ງກ່າວ.