UN ກັງວົນສະຖານະພາບ ຜູ້ນຳຝ່າຍຄ້ານກຳປູເຈຍ


ສຳນັກງານສິດທິມະນຸດແຫ່ງສະຫະປະຊາຊາດສະແດງຄວາມກັງວົນຕໍ່ສະຖານະພາບຂອງຜູ້ນຳຝ່າຍຄ້ານກຳປູເຈຍວ່າ: ອາດບໍ່ໄດ້ຮັບຄວາມເປັນທຳທາງກົດໝາຍ ຫລັງຖືກຈັບກຸມໃນຂໍ້ຫາເປັນກະບົດ ແລະ ລັດຖະບານເຊື່ອວ່າອາເມລິກາມີສ່ວນກ່ຽວຂ້ອງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 5 ກັນຍາວ່າ: ສືບເນື່ອງຈາກກໍລະນີທີ່ຕຳຫລວດກຳປູເຈຍຈັບກຸມທ່ານ ເກິມ ສຸພາ ຜູ້ນຳຝ່າຍຄ້ານຈາກພັກກູ້ຊາດກຳປູເຈຍ (CNRP) ໃນຂໍ້ຫາເປັນກະບົດດ້ວຍການສົມຮູ້ຮ່ວມຄິດກັບກຸ່ມຄົນຕ່າງປະເທດເພື່ອວາງແຜນໂຄ່ນລົ້ມອຳນາດລັດຖະບານຂອງທ່ານ ຮຸນເຊນ. ສຳນັກງານສິດທິມະນຸດແຫ່ງສະຫະປະຊາຊາດ (OHCHR) ເປີດເຜີຍຖະແຫລງການຂອງເຈົ້າຊາຍເຊອິດ ຣາອັດ ເຊອິດ ອັດຮຸນເຊນ ແຫ່ງຊອກດານີ ຂ້າຫລວງໃຫຍ່ຂອງ OHCHR ສະແດງຄວາມກັງວົນຕໍ່ສະຖານະການທີ່ເກີດຂຶ້ນວ່າ: ອາດເປັນການດຳເນີນການໂດຍຂາດຂະບວນການຮັບຮອງຕາມກົດໝາຍໃນຫລາຍດ້ານ ລວມທັງສິດຄຸ້ມຄອງຂອງທ່ານ ເກິມ ສຸພາ ໃນຖານະສະມາຊິກລັດຖະສະພາ.
#Cambodia: See our statement on the arrest of Cambodian opposition leader @kemsokhacnrp https://t.co/SFac7J8vRw pic.twitter.com/z3jjgLp8FN
— UN Human Rights (@UNHumanRights) September 4, 2017
ຂະນະທີ່ທ່ານນາງ ເກິມ ມະໂນວິທະຍາ ລູກຂອງທ່ານ ເກິມ ສຸພາ ກ່າວວ່າ: ຕຳຫລວດ 100-200 ຄົນ ບຸກເຂົ້າມາຄວບຄຸມຕົວບິດາຂອງນາງໄປຈາກເຮືອນພັກຢູ່ນະຄອນຫລວງພະນົມເປັນ ໃນຄືນວັນທີ 2 ກັນຍາ ແລະ ມາຮອດປັດຈຸບັນ ທ່ານ ເກິມ ສຸພາ ຍັງບໍ່ມີໂອກາດໄດ້ພົບກັບທະນາຍຄວາມ ເພື່ອກຽມການຕໍ່ສູ້ຕາມຂະບວນການທາງກົດໝາຍ ເຊິ່ງເຈົ້າຊາຍເຊອິດ ກ່າວໃນບັນຫານີ້ອີກວ່າ: ທ່ານ ເກິມ ສຸພາ ອາດບໍ່ໄດ້ຮັບຄວາມເປັນທຳໃນການສືບສວນ. ທັງນີ້ ຖ້າສານພິພາກສາວ່າມີຄວາມຜິດແທ້, ທ່ານ ເກິມ ສຸພາ ອາດຕ້ອງຮັບໂທດຈຳຄຸກສູງສຸດເຖິງ 30 ປີ.