ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ

- Untitled - ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ
- kitchen vibe - ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ

ທ່ານ ດາຊິຊິໂອ ເດ ເຟຣຕັສ ເຈົ້າຄອງລັດເຊົາເປົາໂລໃນເບຣຊິນ ປະກາດສະຖານະການສຸກເສີນບໍລິເວນ 5 ເມືອງຊາຍຝັ່ງທາງຕາເວັນອອກສຽງໃຕ້ຂອງປະເທດໃນວັນທີ 19 ກຸມພາ ຫລັງຝົນຕົກລົງມາຢ່າງໜັກ ເຮັດໃຫ້ຫລາຍພື້ນທີ່ນໍ້າຖ້ວມສູງ ແລະ ເກີດດິນເຈື່ອນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ ແລະ ອີກຫລາຍຮ້ອຍຄົນກາຍເປັນຜູ້ບໍ່ມີບ່ອນຢູ່ອາໄສ.

ໂດຍເມືອງເຊົາເຊບາສຕຽວ ທີ່ຕັ້ງຢູ່ຫ່າງຈາກເຊົາເປົາໂລໄປທາງທິດເໜືອປະມານ 200 ກິໂລແມັດ ແລະ ເປັນໜຶ່ງໃນຈຸດໝາຍປາຍທາງທີ່ຄົນຈາກນະຄອນຫລວງບຣາຊິເລຍ ຈະມາໃຊ້ເວລາຊ່ວງມື້ພັກວັນເສົາ-ອາທິດ ກ່ອນໜ້າເທດສະການສໍາຄັນທາງສາສະໜາ (Christian Festival of Lent) ໄດ້ຮັບຜົນກະທົບຢ່າງໜັກ ແລະ ສາມາດວັດແທກລະດັບປະລິມານນໍ້າຝົນທີ່ຕົກລົງມາໃນໄລຍະ 24 ຊົ່ວໂມງຜ່ານມາໄດ້ສູງເຖິງ 24 ນິ້ວ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ

ເບື້ອງຕົ້ນທາງການເມືອງເຊົາເຊບາສຕຽວ ແລະ ເມືອງໃກ້ຄຽງ ຄືເມືອງແບຣຕິໂອກາ ໄດ້ປະກາດຍົກເລີກການຈັດງານເທດສະການຄາຣນິວັລໃນຊ່ວງຕົ້ນປີນີ້ແລ້ວ ໂດຍກ່າວວ່າ: ປັດຈຸບັນທາງການກໍາລັງເລັ່ງຊ່ວຍເຫລືອຜູ້ປະສົບໄພຈາກເຫດນໍ້າຖ້ວມ ແລະ ດິນເຈື່ອນໂດຍໄວທີ່ສຸດ. ພ້ອມຊີ້ວ່າ: ສະຖານະການໃນເຊົາເຊບາສຕຽວປັດຈຸບັນກໍາລັງຢູ່ໃນຊ່ວງເວລາວິກິດ ມີລາຍງານວ່າເຮືອນພັກອາໄສ 50 ກວ່າຫລັງຍຸບລົງໃຕ້ນໍ້າ ແລະ ອາດທັບຮ່າງຜູ້ພັກອາໄສຈໍານວນໜຶ່ງ.

ສ່ວນກົມອຸຕຸນິຍົມວິທະຍາຂອງເບຣຊິນຊີ້ວ່າ: ພາຍຸຝົນຈະຍັງພັດຖະຫລົ່ມບໍລິເວນພື້ນທີ່ຊາຍຝັ່ງຂອງລັດເຊົາເປົາໂລຢ່າງຕໍ່ເນື່ອງ ສ້າງຄວາມທ້າທາຍໃຫ້ທີມເຈົ້າໜ້າທີ່ກູ້ໄພຢ່າງໜັກ ແລະ ມີໂອກາດຈໍານວນຜູ້ເສຍຊີວິດຈາກເພີ່ມສູງຂຶ້ນອີກ.

ອ້າງອີງ:

https://www.aljazeera.com/…/floods-landslides-kill…

https://www.washingtonpost.com/…/brazil-sao-paulo…/

https://www.theguardian.com/…/brazil-flooding-and…

- 4 - ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!