ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ

- image 27 1 - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ
- kitchen vibe - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 27 ກຸມພາ 2023 ຜ່ານມາ, ຄະນະກຳມະການລາຍຮັບອາກອນແຫ່ງຊາດບັງກລາເທດ ໄດ້ອອກຖະແຫລງການ ໂດຍປະກາດຢຸດຕິການຈັດເກັບພາສີນຳເຂົ້າສຳລັບນ້ຳຕານຊາຍດິບ ແລະ ນ້ຳຕານຊາຍຂາວບໍລິສຸດ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໄດ້ໃນລາຄາທີ່ຖືກລົງ.

ຖະແຫລງການລະບຸວ່າ ການຍົກເລີກຈັດເກັບພາສີນໍາເຂົ້ານ້ຳຕານຊາຍດິບ 3.000 ຕາກາ (ສະກຸນເງິນບັງກລາເທດ) ຕໍ່ໜຶ່ງໂຕນ ແລະ ການນຳເຂົ້ານ້ຳຕານຊາຍຂາວບໍລິສຸດ 6.000 ຕາກາ ຕໍ່ໜຶ່ງໂຕນ ໂດຍມີຜົນບັງຄັບໃຊ້ທັນທີ ລວມເຖິງປັບຫລຸດພາສີອາກອນຄວບຄຸມສຳລັບການນຳເຂົ້ານ້ຳຕານເຫລືອ 25% ຈາກເດີມ 30%. ການດຳເນີນການດັ່ງກ່າວມີຂຶ້ນຫລັງຈາກກະຊວງການຄ້າຂອງບັງກລາເທດສະເໜີໃຫ້ມີການຫຼຸດລາຄານ້ຳຕານຈາກລະດັບສູງທີ່ສຸດເປັນປະຫວັດສາດໃນປັດຈຸບັນ ຊຶ່ງຢູ່ທີ່ 120 ຕາກາຕໍ່ໜຶ່ງກິໂລ.

- Visit Laos Visit SALANA BOUTIQUE HOTEL - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ
- Visit Laos Visit SALANA BOUTIQUE HOTEL - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ

ອີກຢ່າງໜຶ່ງ, ລັດຖະບານບັງກລາເທດໄດ້ປະເມີນວ່າ ຈາກມາດຕະການຜ່ອນຜັນ ແລະ ປັບຫລຸດພາສີຄັ້ງຫລ້າສຸດຈະຊ່ວຍໃຫ້ຕົ້ນທຶນການນຳເຂົ້ານ້ຳຕານຊາຍດິບ ແລະ ນ້ຳຕານຊາຍຂາວບໍລິສຸດ ໂດຍລວມຈະຫລຸດລົງ 6.500 ຕາກາຕໍ່ໜຶ່ງໂຕນ ແລະ 9.000 ຕາກາຕໍ່ໜຶ່ງໂຕນຕາມລຳດັບ.

- 5 - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ
- 3 - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ
- 4 - ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ