ສອງສະພາແຫ່ງຊາດ ລາວ-ຫວຽດນາມຮັດແໜ້ນການຮ່ວມມືສອງຝ່າຍ


ວັນທີ 28 ກຸມພາ 2023 ນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ຫງວຽນ ຄາກ ດິ໋ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມຄະນະ ທີ່ສະພາແຫ່ງຊາດ ສສ ຫວຽດນາມ.
ການພົບປະຄັ້ງນີ້, ທ່ານ ຮອງປະທານສະພາແຫ່ງຊາດລາວ ໄດ້ມີຄຳເຫັນວ່າ: ການຢ້ຽມ ຢາມຄັ້ງນີ້, ເປັນການຜັນຂະຫຍາຍຜົນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ໃນເດືອນພຶດສະພາ 2022 ທີ່ຜ່ານມາ, ທັງເປັນການປະຕິບັດບົດບັນທຶກການຮ່ວມມືລະຫວ່າງ ສອງສະພາແຫ່ງຊາດພວກເຮົາ ໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມນີ້, ຍັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໂດຍສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ ຂຶ້ນເທື່ອລະກ້າວ.
ສໍາລັບທິດທາງຮ່ວມມື ໃນຕໍ່ໜ້າທັງສອງຝ່າຍ ຈະສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ປະຕິບັດບົດບັນທຶກ ຂອງສອງສະພາແຫ່ງຊາດທີ່ລົງນາມຮ່ວມກັນ; ເພີ່ມທະວີການຊຸກຍູ້ການສ້າງຊັບ ພະຍາກອນມະນຸດ, ສ້າງພະນັກງານ ກໍຄື ຝຶກອົບຮົມຊ່ວຍສະພາທ້ອງຖິ່ນຂອງລາວ ໃຫ້ຫລາຍຂຶ້ນ. ຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ສະພາປະຊາຊົນຂັ້ນທ້ອງຖິ່ນ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດໄດ້ມີການພົບປະ, ແລກປ່ຽນບົດຮຽນ ແລະ ໄປມາຫາສູ່ເຊິ່ງກັນ ແລະ ກັນ.
ໃນໂອກາດດຽວກັນ, ທ່ານ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງທ່ານໄດ້ສະແດງຄວາມຕ້ອນຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ຂອງທ່ານ ຮອງປະທານສະພາແຫ່ງຊາດລາວ ໃນຄັ້ງນີ້ ພ້ອມອວຍພອນໃຫ້ສາຍພົວພັນມິດຕະພາບອັນສະຫງ່າ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ.
ພ້ອມກັນນີ້ໃນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະເຮັດວຽກກັບ ທ່ານ ນາງ ຫງວຽນ ທິ ແທງ ກຳມະການສູນກາງພັກ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ກ່ຽວກັບວຽກງານກົງຈັກຂອງສະພາປະຊາຊົນຂັ້ນແຂວງ, ວຽກງານການເລືອກຕັ້ງ, ການປະເມີນຜົນຕໍ່ການປະຕິບັດໜ້າທີ່ ບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ; ການປະເມີນຜົນຕໍ່ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ; ການປະເມີນນະໂຍບາຍຕໍ່ສະມາ ຊິກສະພາແຫ່ງຊາດ. ພ້ອມນັ້ນ, ທັງສອງຝ່າຍຍັງໄດ້ຖາມຕອບ ແລກປ່ຽນຄຳຄິດຄຳເຫັນໃນບັນດາຫົວຂໍ້ທີ່ມີຄວາມສົນໃຈ.