ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ

ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - 329014367 3374078019518308 8497003452010366201 n - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ
ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - kitchen vibe - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ
(ເພື່ອຂໍ່​ານັບຮັບຕ້ອນ ກອງປະຊຸມສຸດຍອດ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4, ທີ່ນະຄອນຫຼວງວຽງຈັນ ໃນວັນທີ 2-5 ເມສາ 2023)
อาจเป็นรูปภาพของ 4 คน และ สถานที่ในร่ม ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - 328790837 933485944755982 6463374368965319232 n - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ
ການຮ່ວມມືໃນຂົງເຂດອ່າງແມ່ນໍ້າຂອງໄດ້ເລີ່ມຖືກໍາເນີດມາແຕ່ຊຸມປີ 1950, ໂດຍເລີ່ມຈາກ ການ​ສຶກສາ ​ກ່ຽວ​ກັບ​ ທ່າແຮງຂອງແມ່​ນ້ຳຂອງ​​ ໃນດ້ານການພັດທະນາ ໄຟຟ້າພະລັງນໍ້າ ແລະ ຊົນລະປະທານ ໃນປີ 1952 ໂດຍ​ສະພາ​ມົນຕີ​ ດ້ານ​ເສດຖະກິດ ​ຂອງ​ ສະຫະ​ປະຊາ​ຊາດ​ໃນ​ຂົງ​ເຂດ​ອາຊີ ​ແລະ ຕາ​ເວັນ​ອອກ​ໄກ (Economic Commission for Asia and the Far East – ECAFE) ​ແລະ ບົດລາຍງານກ່ຽວກັບການວາງແຜນ ແລະ ການພັດທະນາໃນອ່າງແມ່ນໍ້າຂອງຕອນລຸ່ມ ໃນປີ 1955-1956.
ການສຶກສາດັ່ງກ່າວ​ໄດ້​ກໍ່​ປະກາຍ​ຄວາມ​ສົນ​ໃຈ​ໃຫ້ແກ່​ບັນດາ​ປະ​ເທດ​ແມ່​ນ້ຳຂອງ​ຕອນ​ລຸ່ມ ​ແລະ ອົງການ ECAFE, ທີ່​ຫາ​ກໍ່ ຖືກກໍ່​ຕັ້ງ​ຂຶ້ນ​ໃໝ່​, ໃນ​ການ​ສ້າງ​ແຜນ​ງານ​ຂະໜາດ​ໃຫຍ່ ​ເພື່​ອເຮັດ​ການຄຸ້ມຄອງແມ່​ນ້ຳຂອງ ​​ທີ່​ໃນສະ​ໄໝ​ນັ້ນຖື​ວ່າ​ເປັນ​ ໜຶ່ງ​ໃນ​ແມ່​ນ້ຳ ກັນດານ​ທີ່​ສຸດ ໃນ​ໂລກ​​. ສິ່ງນີ້ ໄດ້ນໍາໄປສູ່ການສ້າງຕັ້ງ ຄະນະກຳມະການ ເພື່ອການປະສານງານໃນການສຳຫຼວດອ່າງ ນໍ້າຂອງຕອນລຸ່ມ (Committee for Coordination of Investigations on the Lower Mekong River Basin) ຫຼື ເອີ້ນກັນສັ້ນໆວ່າ ຄະນະ​ກຳມະການ​ແມ່​ນ້ຳຂອງ ​(Mekong Committee) ໃນປີ 1957.
ອົງການດັ່ງກາວ ໄດ້​ເກີ​ດຂຶ້ນ​ໃນ​ຍຸກ​ສະ​ໄໝ​ທີ່​ມີການ​ເບິ່ງ​ໂລກ​ໃນ​ແງ່ດີ​ໃນ​ທາງວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ, ອັນເປັນຍຸກທີ່ຜູ້ຄົນພາກັນເຊື່ອວ່າ ເຕັກ​ໂນ​ໂລ​ຊີ ​ຈະ​ມີ​ຄຳ​ຕອບ​ໃຫ້​ທຸກບັນຫາທີ່ມີໃນໂລກສະ​ເໝີ. ໃນເວລານັ້ນ ຍັງບໍ່​ເຄີຍ​ມີ​ອົງການຄຸ້ມຄອງແມ່ນ້ຳ​ສາກົນ ​ສາຍ​ໃດ​ໃນ​ໂລກ​ທີ່​ໄດ້​ເຄີຍ​ພະຍາຍາມ​ໃນ​ການ​ແບກຮັບ​ຄວາ​ມຮັບຜິດຊອບ​ຢ່າງ ຮອບດ້ານ ທັງໃນດ້ານ ການ​ໃຫ້​ທຶນ​, ກໍ່ສ້າງ, ຄຸ້ມ​ຄອງ ​ແລະ ບຳລຸງ​ຮັກສາ ​ບັນດາ​ໂຄງການ​ໃນ​ແມ່​ນ້ຳ​ສາກົນ​ ແບບ​ນີ້​ມາ​ກ່ອນ.
ນັບ​ແຕ່​ປີ 1955 ຈົນ​ເຖິງ​ກາງ​ຊຸມ​ປີ 1960, ຄະນະ​ກຳມະ​ການ​ແມ່​ນ້ຳຂອງ​ໄດ້​ເຮັດ​ການ​ສຶກສາ ​ແລະ ສຳ​ຫຼວດຫລາຍ​ຮ້ອຍ​ໂຄງການ. ບັນດາ​ທີມງານ ແລະ ​ຜູ້​ຊ່ຽວຊານໄດ້ເດີນທາງ​ຂຶ້ນ-​ລົງ​ຕາມ​ລຳ​ແມ່ນໍ້າ​ຂອງ ​ແລະ ບັນດາ​ນ້ຳສາຂາ​ ດ້ວຍການຂີ່​ລົດ ​ແລະ ​ເຮືອ ສະລັບກັບການ​ຍ່າງ ແລະ ຂີ່​ຊ້າງໃນບາງເຂດ ​ເພື່ອດໍາເນີນການວັດ​ແທກ, ​ເກັບ​ຕົວຢ່າງ, ສ້າງແຜນ​ທີ່ ​ແລະ ​ເກັບກຳ​ເອກະສານ​ໃນ​ຮູບ​ແບບ​ທີ່​ຫຼາກ​ຫຼາຍ ແລະ ນໍາໄປສູ່ ການຮວບຮວມ ເປັນແຜນອ່າງຮັບນໍ້າ ແບບຊີ້ນໍາ (Indicative Basin Plan) ທີ່ເຮັດສຳເລັດໃນປີ 1970. ບັນດາ​ການ​ສຶກສາເຫລົ່າ​ນີ້​ຄື ​ພື້ນຖານ​ຂອງ​ອົງ​ຄວາມ​ຮູ້​ທີ່​ນັບວັນ​ນັບເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ປັດຈຸ​ບັນ​ໄດ້​ຖືກ​ບຳລຸງຮັກສາ​ໂດຍ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ.
ຈຸດປະ​ສົງຂອງ​ບັນດາ​ການ​ສຳ​ຫຼວດ​ໃນ​ຍຸກ​ຕົ້ນ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ແມ່ນ​ເພື່ອ​ການ​ເກັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ນ້ຳ​ຖ້ວມ​, ຊົນລະປະທານ ​ແລະ ​ໂຄງການ​ພັດທະນາ​ເຂື່ອນ​ໄຟຟ້າ. ​ຕະຫຼອດ​ຊ່ວງເວລາ​ກ່ວາ 60 ປີ ນັບແຕ່ວັນສ້າງຕັ້ງຄະນະກຳມະການແມ່ນໍ້າຂອງມາຈົນເຖິງປັດຈຸບັນ, ​ບັນດາປະເທດໃນອ່າງແມ່ນໍ້າຂອງໄດ້ຮຽນຮູ້ ແລະ ມີ​ການ​ຖອດ​ຖອນ​ບົດຮຽນ​ຢ່າງ​ຫຼວງຫຼາຍກ່ຽວ​ກັບ​ການພັດທະນາຊັບພະຍາກອນນໍ້າ ​ແລະ ຜົນ​ກະທົບ​ຂອງພວກ​ມັນ.
​ໂຄງການ​ແມ່​ນ້ຳ​ຂອງ (Mekong Project) ແມ່ນ​ໂຄງການ​ພັດທະນາ​ໜຶ່ງ​ດຽວ​ທີ່ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ອົງການ​ສະຫະ​ປະຊາ​ຊາດ (United Nations) ເຊິ່ງປຽບ​ສະ​ເໝືອນ​ນົກ​ທີ່​ກຳລັງ​ຫັດ​ບິນ​ໃນ​ເວລາ​ນັ້ນ​ ໄດ້​ເຄີຍ​ຈັດ​ຕັ້ງ​ປະຕິບັດມາ. ​ໃນ​ສະ​ໄໝ​ທີ່​ຄະນະ​ກຳມະການ​ແມ່​ນ້ຳຂອງ ​ກຳລັງ​ເລີ່​ມສ້າງຕັ້ງຂຶ້ນ​ ຍັງເປັນຍຸກທີ່​ບໍ່​ມີ​ຕົວ​ແບບ ໃດໆ​ໃຫ້ດຳ​ເນີນ​ຕາມ. ດັ່ງນັ້ນ, ECAFE ​ແລະ UNDP ຈຶ່ງເປັນ​ຜູ້​ ​ຊີ້​ນຳ ​ແລະ ​ໃຫ້ການ​ສະໜັບສະໜູນໃນທຸກດ້ານ.
​ເຖິງ​ວ່າ​ມີ​ພຽງ​ໜ້ອຍ​​ໂຄງການ​ທີ່​ ຖືກສຶກສາ​ໄດ້ຮັບການ​ຈັດ​ຕັ້ງ​ປະຕິບັດ​ໃນ​ຕົວ​ຈິງ, ​ແຕ່​ວ່າຜົນການ​ສຳ​ຫຼວດ ​ແລະ ຂໍ້​ມູນ​ທີ່​ຖືກ​ເກັບ​ກຳໄດ້​ໃນ​ຍຸກ​ຕົ້ນ​ກໍໄດ້​ກາຍ​ເປັນໜໍ່ແໜງ ​ຈຸດ​ກຳ​ເນີ​ດໃຫ້ແກ່​ບັນດາວຽກ​ງານ​ ຂອງ​ຄະນະ​ກຳມາທິການ​ແມ່​ນໍ້າ​ຂອງ​ສາກົນ ພາຍໃຕ້​ບົດບາດ​ປັດຈຸບັນ ໃນການເປັນ​ທີ່​ປຶກສາ​ໃນ​ການວາງ​ແຜນ​ຊັບພະຍາກອນ​ນໍ້າ ແລະ ກ່ຽວຂ້ອງກັບນໍ້າ​ໃຫ້​ແກ່​ບັນດາ​ປະ​ເທດສະມາຊິກ (ສປປ ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມ).
ໃນຂະນະນັ້ນ, ບົດບາດຂອງຄະນະກຳມະການແມ່ນໍ້າຂອງ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນ ເວທີສາກົນ. ທ່ານ ອູ ທັນ (Mr. U Thant), ເຊິ່ງເປັນເລຂາທິການໃຫຍ່ແຫ່ງສະຫະປະຊາຊາດໃນຊຸມປີ 1960, ໄດ້ເຄີຍພັນລະນາເຖິງວິໄສທັດຂອງໂຄງການແມ່ນໍ້າຂອງວ່າເປັນ ”ການຕໍ່ສູ້ເພື່ອສ້າງຄວາມສີວິໄລ ແບບ ທັນສະໄໝ ບົນພື້ນຖານແຫ່ງມໍລະດົກທາງວັດທະນະທຳຂອງພວກເຮົາ ແລະ ເພື່ອສ້າງ ຄວາມກົມກືນ ກັບ ເຕັກໂນໂລຊີແບບຕາເວັນຕົກ ດ້ວຍຄຸນຄ່າຕາມປະເພນີຂອງພວກເຮົາ”.
​ໃນ​ປີ 1966 ບົດ​ຄວາມ​ສະບັບ​ໜຶ່ງ​ຂອງ ທ່ານ ອູ ຍຸ່ນ (Mr. U Nyun), ​ເລຂາທິການ​ໃຫຍ່​ຂອງ ECAFE ​ໄດ້​ໃຫ້ຂໍ້ສັງ​ເກດ​ວ່າ “ໃນປະຫວັດສາດ​ໄດ້​ມີ​ ຕົວຢ່າງ ອັນ​ມາກ​ມາຍ​ກ່າຍ​ກອງ​ ຂອງ​ ບັນດາ​ປະ​ເທດ​ທັງ​ນ້ອຍ ​ແລະ ​ໃຫຍ່, ທີ່​ໄດ້​ສູນ​ເສຍ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ຍ້ອນ​ການ​ຂາດ​ຄວາມ​ເຂົ້າ​ໃຈ​ເຖິງ​ຄວາມ​ຈຳ​ເປັນ ໃນ​ການ​ຮ່ວມ​ມື​ລະຫວ່າງຊາດ”. (ໝາຍເຫດ: ໃນປີ 1974, ອົງການ ECAFE ໄດ້ປ່ຽນຊື່ມາເປັນ ESCAP (Economic and Social Commission of Asia and the Pacific) ແລະ ໃຊ້ຊື່ນີ້ມາຈົນເຖິງປະຈຸບັນ).
ຄະນະກຳມະການແມ່ນໍ້າຂອງໄດ້ຄົງຕົວຢູ່ຈົນຮອດທ້າຍຊຸມປີ 1970 ກໍໄດ້ເກີດການປ່ຽນແປງ ສຳຄັນຂຶ້ນ. ໃນປີ 1977,​ ເນື່ອງ​ຈາກ​ສະພາບ​ຄວາມ​ບໍ່​ໝັ້ນຄົງ​ດ້ານການເມືອງພາຍໃນປະ​ເທດ; ​ກຳປູ​ເຈຍ ​ໄດ້​ຂໍຖອນ​ຕົວ​ຈາກ​ການເປັນສະມາຊິກຂອງຄະນະ​ກຳມະການ​ແມ່​ນ້ຳຂອງ​. ສະນັ້ນ, ສາມປະເທດທີ່ຍັງເຫຼືອ ຄື ສປປ ລາວ, ​ໄທ ​ແລະ ຫວຽດນາມ​ ຈຶ່ງໄດ້​ຮັບຮອງ​ເອົາ​ທຳ​ມະນູນ​ໃໝ່ ​ເພື່ອ​ສ້າງ​ຕັ້ງ​ເປັນ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ຊົ່ວຄາວ​ (Interim Mekong Committee) ຂຶ້ນມາແທນທີ່ໃນປີ 1978.
ພໍເຖິງປີ 1991 ​ກໍໄດ້ມີການປ່ຽນແປງສຳຄັນຂຶ້ນອີກຄັ້ງ, ເມື່ອ​ກຳປູ​ເຈຍ​ສະ​ເໜີ​ຂໍ​ກັບ​​ເຂົ້າ​ເປັນ​ສະມາຊິກ. ບັນດາ​ປະ​ເທດ​ສະມາຊິກຈຶ່ງ​ໄດ້​ມີ​ການ​ປຶກສາ​ຫາລື​ກັນ​ຢ່າງ​ຍືດ​ເຍຶ້ອ ​ເຊິ່ງນຳ​ໄປ​ສູ່​ການເຊັນສັນຍາແມ່ນ້ຳຂອງ ໃນປີ 1995, ວ່າດ້ວຍ​ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ ​ແບບຍືນ​ຍົງ​ໃນ​ອ່າງ​ແມ່​ນ້ຳຂອງ.
ສັນຍາ 1995 ​ແມ່ນ​ການ​ຫວນຄືນ​ມາ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ ​ໃນຊື່ໃໝ່​ທີ່​ເອີ້ນ​ວ່າ ​ຄະນະ​ກຳມາທິການ​ແມ່​ນ້ຳຂອງ​ສາກົນ (Mekong River Commission) ​ເຊິ່ງບໍ່​ໄດ້​ຢູ່​ພາຍ​ໃຕ້​ຮົ່ມ​ເງົາ​ຂອງ ECAFE/ESCAP ​ແລະ UNDP ອີກ​ຕໍ່​ໄປ. ບັນດາ​ມາດຕາ​ຂອງ​ສັນຍາ​ໄດ້​ມອບ​ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ​ໃຫ້​ສະພາ​ມົນ​ຕີ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ເປັນ​ຜູ້​ຄຸ້ມ​ຄອງເອງ.
ໂດຍ​ຫຼັກແລ້ວ ບັນດາ​ມາດຕາ​ໃນ​ສັນຍາ 1995 ຍັງ​ຄົງ​ຢຶດໝັ້​ນໃນ “ຈິດ​ວິນ​ຍານ​ເດີມແຫ່ງ​ແມ່​ນ້ຳຂອງ”​, ແຕ່​ໄດ້​ຫັນ​ຈຸ​ດສຸມ​ຈາກ​ການ​ພັດທະນາ​ໂຄງການ​ຂະໜາດ​ໃຫຍ່​ມາ​ເປັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນໍ້າ ແລະ ກ່ຽວຂ້ອງກັບນໍ້າ. ນັບ​ແຕ່​ມີ​ສົນທິສັນຍາ 1995 ​ເປັນ​ຕົ້ນ​ມາ, ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດສັນຍາ ຢ່າງຄ່ອຍເປັນຄ່ອຍໄປແຕ່ໝັ້ນຄົງ. ບັນດາ​ປະ​ເທດ​ສະມາຊິກ​ໄດ້​ມີ​ການ​ເຊັນລະບຽບການ​ຕ່າງໆ ເຊັ່ນ: ກ່ຽວ​ກັບ​ການ​ແບ່ງປັນ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ ​ແລະ ບັນ​ເທົາ​ອຸ​ທົກ​ກະ​ໄພ ​ແລະ ​ການເຮັດບົດບັນທຶກຄວາມເຂົ້າໃຈ​ກັບ ສປ ​ຈີນ ກ່ຽວກັບ ການ​ແລກ​ປ່ຽນ​ຂໍ້​ມູນ​ອຸ​ທົກ​ກະສາ​ດ ​ແລະ ​ອື່ນໆ.
ປະເດັນຕົ້ນຕໍໃນວຽກງານຂອງ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ກໍຄືການສ້າງ ຄວາມເປັນເອກະພາບ ລະຫວ່າງບັນດາປະເທດສະມາຊິກ ໃນບັນຫາ ກ່ຽວກັບການນຳໃຊ້ນ້ຳ, ປະລິມານນ້ຳ ແລະ ຄຸນນະພາບນ້ຳ.
ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ​ໄດ້​ສະໜອງ​ຕອບຕໍ່​ບັນຫາ​ດັ່ງກ່າວ​ດ້ວຍ​ຍຸດ​ທະ​ສາດ​ການ​ພັດ ທະນາ​ເຂື່ອນ​ໄຟຟ້າ​ພະລັງງານ​ນ້ຳ ​ໂດຍ​ອີງ​ຕາມ​ຫຼັກການ​ທີ່​ຮັບ​ຮູ້​ເຖິງ​ຄວາມ​ຕ້ອງການ ​ແລະ ສິດ​ຂອງ​ຜູ້​ຊົມ​ໃຊ້ ທີ່​ຫຼາກ​ຫລາຍ, ຄຸນຄ່າ​ຂອງ​ການ​ມີ​ສ່ວນ​ຮ່ວມຂອງມະຫາຊົນ​ໃນ​ການວາງ​ແຜນ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ເຊັ່ນ​ດຽວ​ກັນ, ຄວາມ​ຮູ້​ທີ່​ສະ​ສົມ​ຈາກ​ການດໍາເນີນງານ​ໃນ​ອະດີດ​ທີ່​ຈະ​ປ້ອງ​ກັນນ້ຳ​ຖ້ວມ​ໄດ້​ນຳ​ໄປ​ສູ່​ຄວາມ​ເຂົ້າ​ໃຈ​ທີ່​ກ້ວາງ​ຂວາງ​ຂຶ້ນ​ເພື່ອການ​ຄຸ້ມ​ຄອງ ​ແລະ ບັນ​ເທົາ​ອຸ​ທົກ​ກະ​ໄພໃນປັດຈຸບັນ.
ເມື່ອມີ​ແນວ​ຄວາມ​ຄິດ​ອັນ​ໃໝ່​ໄດ້​ຄ່ອຍ ປະກົດ​​ຂື້ນ, ຜູ້​ຄົນໃນອ່າງແມ່ນໍ້າຂອງ ແລະ ໃນທົ່ວໂລກກໍ​ໄດ້​ເລີ່ມແນ​ມເຫັນວ່າທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ເປັນ​ວົງຈອນ​ ແຫ່ງ​ລະບົບ​ການ​ປະຕິ​ສຳພັນ​ທີ່​ສັບສົນ ​ທີ່​ເຮົາ​ຄວນ​ຕ້ອງ​ຮຽນ​ຮູ້ ​ເພື່ອ​ຈະ​ໄດ້​ຮ່ວມ​ກັນ​ຄຸ້ມ​ຄອງ; ​ແຕ່​ບໍ່ແມ່ນ​ເພື່ອ​ ຂຸດ​ຄົ້ນ ແລະ ກອບໂກຍເອົາ​ພຽງ​ຢ່າງ​ດຽວ.
​ແຜນ​​ພັດທະນາ​ອ່າງ​​ແມ່ນ້ຳຂອງ​ ​ແມ່ນ​ຂະ​ບວນການວາງ​ແຜນ​ແບບ​ທົ່ວ​ອ່າງຮັບນໍ້າ ​ແທນ​ທີ່​ຈະ​ເປັນ​ບັນຊີ​ລາຍ​ຊື່​ລະອຽດ​ຂອງ​ບັນດາ​ໂຄງການ​ຕ່າງໆ. ການວາງ​ແຜນການ​ຈະ​ຕ້ອງ​ເປັນ​ທີ່ຍອມ​ຮັບ​ໂດຍ​ບັນດາ ກຸ່ມ​ຜູ້ມີສ່ວນໄດ້ ຫຼື ເສຍຜົນ​ປະ​ໂຫຍ​ດ (stakeholder) ທີ່​ກວ້າງຂວາງ ແລະ ຫລາກຫລາຍກວ່າ​ທີ່​ເຄີຍ​ເປັນມາ​ໃນ​ອະດີດ, ​ໂຄງ​ສ້າງ​ການຈັດ​ຕັ້ງ​ຂອງ​ຄະນະ​ກຳມາ​ທິການ​ເອງ​ກໍ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຖິງ​ກົກ​ເຖິງ​ຮາກ ​ເພື່ອ​ວາງ​ພື້ນຖານ​ໃຫ້ກາຍ​ເປັນ​ອົງການ​ຄຸ້ມ​ຄອງ​ອ່າງ​ແມ່​ນ້ຳ​ທີ່ປັບ​ທັນ​ສະພາບຕາມຍຸກສະ​ໄໝ.
ການ​ພັດທະນາ​ຊັບພະຍາກອນ​ນ້ຳ​ ແມ່ນ​ໜຶ່ງ​ໃນ​ກິດຈະກຳ​ທີ່​ສັບສົນ ​ແລະ ລະອຽດ​ອ່ອນ​ທີ່​ສຸດ​ທີ່​ມະນຸດຊາດ​ໄດ້​ກະທໍາ​ ເພາະ​ມີ​ຄວາມ​ຈຳ​ເປັນນາໆນັບປະການທີ່​ຕ້ອງ​ໄດ້​ຖືກ​ສະໜອງ ​ແລະ ຄວາມ​ຈຳ​ເປັນ​ແຕ່​ລະ​ດ້ານ​ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ການ​ແຂ່ງຂັນ ​ແລະ ມີຄວາມຂັດ​ແຍ່ງ​ເຊິ່ງກັນ ​ແລະ ກັນ.
ນ້ຳ​ຄື​ສິ່ງ​ທີ່​ບາງ​ມຸມ​ມອງ​ເຫັນ​ວ່າ ​ເປັນ ”ປະ​ເດັນດ້ານນະ​ໂຍບາຍ​ການ​ຕ່າງປະ​ເທດ​ແຫ່ງ​ສະຕະວັດ​ທີ 21. ດັ່ງນັ້ນ, ການທີ່​ປະ​ຊາຊາດ​ໃນ​ຂົງເຂດແມ່ນໍ້າຂອງໄດ້​ລິ​ເລີ່​ມ ​ແລະ ​ເຝົ້າ​ຖະນຸຖະໜອມ​ການຮ່ວມມື ພາຍໃຕ້ ຄະນະ​ກຳມະການ​ແມ່​ນ້ຳ​ຂອງ ມາແຕ່ຊຸມປີ 1950 ຈົນເຖິງ ຄະນະກຳມາທິການ ແມ່ນໍ້າຂອງສາກົນ ໃນປັດຈຸບັນ ໄດ້​ພິສູດຕົວເອງ ໃຫ້​ເຫັນວ່າ ພວກເຮົາຄື ໜຶ່ງ​ຕົວ​ແບບໃນ ການຄຸ້ມຄອງ ແມ່ນ້ຳລະຫວ່າງຊາດ​ ເພື່ອເປັນຕົວຢ່າງແກ່​ມະນຸດຊາດຈາກ​ທົ່ວທຸກມຸມໂລກ​ໄດ້ດຳເນີນຕາມ”.
ສະນັ້ນ, ເນື່ຶອງໃນໂອກາດ ທີ່ກອງປະຊຸມສຸດຍອດ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 4, ທີ່ຈະຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 2-5 ເມສາ 2023 ນີ້ ຈະເປັນອີກໜຶ່ງບົດພິສູດໃຫ້ທົ່ວໂລກ ໄດ້ຮັບຮູ້ເຖິງ “ຈິດວິນຍານ ແຫ່ງແມ່ນ້ຳຂອງ” ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຄັ້ງນີ້.
ພວກເຮົາ, ປວງຊົນຊາວລາວ ຄວນມີຄວາມເອກອ້າງ ທະນົງໃຈ ທີ່ໄດ້ເປັນ ສ່ວນໜຶ່ງ ຂອງວິວັດທະນາການ ອັນສຳຄັນຂອງການຮ່ວມມື ຂອງພວກເຮົາ ເພື່ອການຄຸ້ມຄອງ ແລະ ພັດທະນາ ອ່າງແມ່ນໍ້າຂອງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.
อาจเป็นรูปภาพของ 2 คน และ ผู้คนกำลังยืน ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - 330149171 196167463057813 7952883882025435711 n - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ
ຂຽນ​ໂດຍ: ກະ​ຊວງ​ການ​ຕ່າງ​ປະ​ເທດ
ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - 5 - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ
ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - 3 - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ
ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ - 4 - ປະຫວັດຫຍໍ້ ຂອງການຮ່ວມມື ໃນຂົງ​ເຂດອ່າງແມ່ນໍ້າຂອງ