ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ

ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ - 330446201 567080918815323 4053600916890698172 n 1 - ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ
ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ - kitchen vibe - ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ
ວັນທີ 6 ມີນາ 2023 ຜ່ານມານີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ແຂວງຈໍາປາສັກ ຈັດສໍາມະນາກ່ຽວກັບແຜນພັດທະນາເສດຖະກິດດີຈິຕອນ ຂອງ ສປປ ລາວ  ກ ໂດຍການເປັນປະທານຮ່ວມຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ.
ທ່ານ ວິໄລວົງ ບຸດດາຄໍາ ໄດ້ລາຍງານສະພາບຄວາມພ້ອມໃນການຫັນເປັນດີຈິຕອນຂອງ ແຂວງ ຈໍາປາສັກ ຕາມນະໂຍບາຍການຫັນເປັນດີຈິຕອນຂອງລັດຖະບານ ໂດຍທ່ານໃຫ້ຮູ້ວ່າ: ເພື່ອຫັນເປັນດີຈິຕອນຂອງ ແຂວງຈຳປາສັກ ໃຫ້ໄດ້ໄວຂຶ້ນ ພວກເຮົາຕ້ອງໄດ້ອອກແຮງຮ່ວມມືຮ່ວມໃຈກັນໃນທົ່ວສັງຄົມ ເພື່ອຫັນເປັນດີຈິຕອນ ຄື ຕ້ອງຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ເຄື່ອງມືໄອຊີທີ ໃຫ້ຫລາຍຂຶ້ນ ເປັນຕົ້ນ ແມ່ນການຫລຸດຜ່ອນການເດີນທາງມາປະຊຸມ ຫັນມາໃຊ້ລະບົບກອງປະຊຸມທາງໄກ, ການຫລຸດຜ່ອນງົບປະມານຊື້ເຈ້ຍ ຫັນມາໃຊ້ລະບົບເຕັກໂນໂລຊີ ແທນ, ການເອົາຂໍ້ມູນຂຶ້ນໄວ້ໃນເວັບໄຊ ຂອງພາກສ່ວນຕ່າງໆ, ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ລະບຽບການໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ສ້າງທັກສະ ແລະ ຂີດຄວາມສາມາດດ້ານເຕັກໂນໂລຊີ ນັບມື້ນັບຫລາຍ, ເອົາຜູ້ຊົມໃຊ້ເປັນໃຈກາງແມ່ນບັນຫາສຳຄັນ ແລະ ອື່ນໆ ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ທັນສະໄໝ.
ພ້ອມນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ກໍໄດ້ຍົກໃຫ້ເຫັນນິຍາມຂອງການຫັນເປັນດີຈິຕອນ, ຄວາມເປັນມາຂອງການປະຕິວັດອຸດສາຫະກໍາ, ກາລະໂອກາດ ແລະ ສິ່ງທ້າທາຍສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດີຈິຕອນ ຂອງ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບວຽກງານຫັນບໍການລັດເປັນດີຈິຕອນ, ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນເຕີເນັດ, ການຫັນເປັນດີຈິຕອນທາງດ້ານເສດຖະກິດ, ການກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດີຈິຕອນ ແລະ ອຸດສາຫະກໍາ 4.0 ຂອງວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ວຽກງານດັດສົມໂທລະຄົມມະນາຄົມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈິຕອນ ຕື່ມອີກ.
ໂອກາດດຽວກັນນີ້, ຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດີຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂວງ ຈໍາປາສັກ ຊຶ່ງລົງຮ່ວມລົງນາມໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ.
ພ້ອມນີ້, ກະຊວງ ກຕສ ຍັງໄດ້ມອບ ລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ G-Office, ລະບົບ G-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share ລວມມູນຄ່າທັງໝົດ 890 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ອີກດ້ວຍ.
ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ - 3 - ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນ ພັດທະນາເສດຖະກິດ-ສັງຄົມແບບ ດີຈິຕອນ ມູນຄ່າ 890 ລ້ານ ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!