ງານມະຫາກໍາສີມືຫັດຖະກໍາລາວ ປີ 2017 ຈະໄຂຂຶ້ນກາງເດືອນຕຸລານີ້

ສະມາຄົມຫັດຖະກໍາລາວຖະແຫຼງຕໍ່ສື່ມວນຊົນໃນແລງຂອງວັນທີ 5 ກັນຍານີ້ວ່າ: ສະມາຄົມ ຫັດຖະກໍາລາວ ຈະຮ່ວມກັບ ສະພາການຄ້າ ແລະ ອຸດສາກະກໍາ ແຫ່ງຊາດລາວ, ຈັດງານມະຫາກໍາສີມືຫັດຖະກໍາລາວ ປະຈໍາປີ 2017 ຂຶ້ນໃນວັນທີ 14-22 ຕຸລາ ນີ້, ເພື່ອສົ່ງເສີມການຕະຫຼາດໃຫ້ແກ່ຊ່າງຫັດຖະກໍາລາວໃນຂອບເຂດຊົນນະ ບົດ, ເຕົ້າໂຮມຄວາມສາມັກຄີຊ່າງຫັດຖະກໍາທຸກຊົນເຜົ່າຢູ່ທຸກທ້ອງຖິ່ນໃນຂອບເຂດທົ່ວປະເທດ ເພື່ອພ້ອມກັນອະນຸລັກ ແລະ ສົ່ງເສີມຫັດຖະກໍາລາວ, ທັງເປັນການຮ່ວມມືກັນດໍາເນີນທຸລະກິດ ແລະ ສະໜັບສະໜູນປີທ່ຽວທ່ຽວລາວໃນປີ 2018 ແລະ ສ້າງລາຍການທ່ອງທ່ຽວໃຫ້ມີຫຼາກຫຼາຍລາຍການ. ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ງານມະຫາກໍາສີມືຫັດຖະກໍາລາວປີນີ້ຈະຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ. ຄາດວ່າຈະມີຫ້ອງວາງສະແດງສໍາລັບສິນຄ້າຫັດຖກໍາລາວຫຼາຍກວ່າ 200 ຫ້ອງ, ໃນນັ້ນຈະມີສິນຄ້າປະເພດ ຜະລິດຕະພັນແຜ່ນແພ, ເຄື່ອງປ່າຂອງດົງ, ຜະລິດຕະພັນວັດຖຸເສດເຫຼືອ, ເຄື່ອງເງິນ ຫຼືວັດຖຸມີຄ່າ, ຜະລິດຕະພັນ ວັດທະນະທໍາ, ເຄື່ອງປັ່ນດິນເຜົາ, ຜະລິດຕະພັນກະສິກໍາ ODOP ແລະ ສິນຄ້າອຸປະໂພກອື່ນໆອີກ.
+
ນອກຈາກນີ້ ໃນງານດັ່ງກ່າວຍັງຈະມີການປະກວດແຂ່ງຂັນຜະລິດຕະພັນດີເດັ່ນ ໃນຫົວຂໍ້ “ເຄື່ອງທີ່ລະ ນຶກ” ໂດຍແມ່ນ ສະມາຄົມຫັດຖະກໍາລາວ ຮ່ວມກັບ ອົງການເຈໂຕຣ, ມີຜະລິດຕະພັນແຜ່ນແພ, ເຄື່ອງປ່າຂອງດົງ, ຜະລິດຕະພັນຈາກວັດຖຸເສດເຫຼືອ, ເຄື່ອງເງິນ ຫຼືວັດຖຸມີຄ່າ, ຜະລິດຕະພັນ ວັດທະນະທໍາ. ດັ່ງນັ້ນໃນໂອກາດນີ້ ຈຶ່ງຂໍຮຽກຮ້ອງມາຍັງຊ່າງຫັດຖະກໍາຜູ້ເປັນສະມາຊິກ ຫຼືບໍ່ແມ່ນສະມາຊິກສະມາຄົມຫັດຖະກໍາລາວ, ນັກຮຽນ-ນັກສຶກສາ ແລະ ໄວໜຸ່ມ ອາຍຸ 15 ປີ ຂຶ້ນໄປ ສາມາດສົ່ງຜະລິດຕະພັນຂອງຕົນເຂົ້າຮ່ວມຊີງລາງວັນ ໃນງານດັ່ງກ່າວດ້ວຍ.