ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ

ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ - cropped GettyImages 1474634841 e1679372418647 - ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ
ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ - kitchen vibe - ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ

ມາຄັສ ແຣສຟອດ ກອງໜ້າໂຕເກັ່ງຂອງ ແມນເຊັສເຕີ ຢູໄນເຕັດ ມີບັນຫາການບາດເຈັບຈົນຕ້ອງຖອນໂຕອອກຈາກທີມຊາດອັງກິດ ຊຸດແຂ່ງຂັນ ຢູໂຣ 2024 ຮອບຄັດເລືອກ.

ມາຄັສ ແຣສຟອດ ໄດ້ຮັບບາດເຈັບຈາກການປະທະກັນກັບນັກເຕະ 2 ຄົນຄື ທິມຣີມ ແລະ ເຄນນີ ເຕເຕ້ ໃນຈັງຫວະດຽວກັນກັບ ອາເລັກຊານເດີ ມິໂຕຣວິດ ຍິງປະຕູໃຫ້ ຟູແລັມ ຂຶ້ນນຳກ່ອນທີ່ຈະຖືກປ່ຽນອອກໃນຕອນທ້າຍເກມໃນນາທີ 83 ແລະ ສຸດທ້າຍຖືກ ຜີສາດແດງ ໄລ່ຕີສະເໝີໄດ້ 3-1.

ນອກຈາກ ແຣສຟອດ ແລ້ວຍັງມີ ເມສັນ ເມົ້າ ກອງກາງຈາກ ເຊວຊີ ແລະ ນິກ ໂປບ ຜູ້ຮັກສາປະຕູຂອງ ນີວຄາສເຊິນ, ທີ່ຖອນຕົວຍ້ອນການບາດເຈັບເຊັ່ນກັນ. ເຊິ່ງ ສິງໂຕຄຳຣາມ ຕັດສິນໃຈເອີ້ນ ເຟຣເຊີ ຟອດສະເຕີ ຜູ້ຮັກສາປະຕູຈາກ ທັອດແນມ ຮັອດສະເປີ ເຂົ້າມາແທນຕຳແໜ່ງຂອງ ໂປບ, ສ່ວນຕຳແໜ່ງຂອງ ເມົ້າ ແລະ ແຣສຟອດ ຍັງບໍ່ໄດ້ເອີ້ນໃຜມາແທນທີ່ເທື່ອ.

ອັງກິດຈະລົງແຂ່ງຂັນໃນຮອບຄັດເລືອກ ຢູໂຣ 2024, ສອງນັດທຳອິດຂອງກຸ່ມ C ພົບກັບ ອີຕາລີ ທີ່ສະໜາມ Diego Armando Maradona ໃນຄືນວັນທີ 23 ມີນາ, ຕາມດ້ວຍນັດເປີດສະໜາມ ເວັມບລີ ພົບກັບ ຢູເຄຣນ ໃນຄືນວັນທີ 26 ມີນາ.

ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ - 5 - ເຈັບຈາກເກມຫລ້າສຸດ! ແຣສຟອດ ຖອນໂຕຈາກທີມຊາດອັງກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!