ຄະນະຜູ້ແທນກົມເສນາຮັກ ກອງທັບປະຊາຊົນລາວເຂົ້າຮ່ວມ ກອງປະຊຸມ ແພດທະຫານອາຊຽນ ຄັ້ງທີ 10 ທີ່ບາງກອກ ປະເທດໄທ
ກອງປະຊຸມ ຄັ້ງທີ 10 ຂອງຫົວໜ້າແພດທະຫານ ອາຊຽນ ໄດ້ຈັດຂຶ້ນລະຫວ່າງວັນທີ 13-17 ມີນາ 2023 ຜ່ານມາ, ທີ່ນະຄອນຫລວງ ບາງກອກ, ຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ ” ການດໍາລົງຊີວິດປົກກະຕິແບບໃໝ່ ຫລັງໂຄວິດ- 19; ການຮ່ວມມືດ້ານການແພດ, ແລກປ່ຽນບົດຮຽນປະສົບການນໍາກັນ; ເສີມສ້າງຄວາມເຂົ້າໃຈ ລະຫວ່າງສະມາຊິກອາຊຽນ ແລະ ທິດທາງການຮ່ວມມືແພດທະຫານອາຊຽນໃນໄລຍະໃໝ່ ແລະ ນະວັດຕະກຳໃໝ່ ດ້ານການແພດ.
ຄະນະຜູ້ແທນ ກົມເສນາຮັກກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພັອ ສີທະວົງ ບຸນປະສົງ ຮອງຫົວໜ້າກົມເສນາຮັກ; ມີບັນດາກົມແພດທະຫານ ອາຊຽນ; ບັນດາຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສແພດທະຫານ ແລະ ແພດທະຫານໜຸ່ມ ເຂົ້າຮ່ວມ. ຈາກນັ້ນ, ຄະນະຜູ້ແທນແພດທະຫານອາຊຽນ ໄດ້ຢ້ຽມຢາມສະຖາບັນການແພດທະຫານອາກາດ, ສູນການແພດທະຫານ ອາຊຽນ ແລະ ທ່ຽວຊົມພະບໍລົມມະຣາຊະວັງນໍາອີກ.
ປະຫວັດຂອງກອງປະຊຸມ ຫົວໜ້າແພດທະຫານອາຊຽນ ໄດ້ພົບປະກັນ ຄັ້ງທີ 1 ຢູ່ນະຄອນຫລວງ ຮ່າໂນຍ ສສ ຫວຽດນາມ ໃນປີ 2011 ດ້ວຍຄວາມຄິດລິເລີ່ມຈາກກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ໃນປີ 2010 ທີ່ ຫວຽດນາມ; ຕໍ່ມາ, ກໍໄດ້ຈັດຂຶ້ນທຸກໆປີ ແລະ ສຳລັບປີ 2017 ເປັນກອງປະຊຸມ ຄັ້ງທີ 7 ໂດຍກົມເສນາຮັກ ກອງທັບປະຊາຊົນລາວ ເປັນເຈົ້າພາບ ແລະ ປີ 2019 (ຄັ້ງທີ 9) ໂດຍກໍາປູເຈຍ ເປັນເຈົ້າພາບ; ຫລັງຈາກນັ້ນ ກໍໄດ້ເລື່ອນຍ້ອນການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ມາ ເຖິງປີນີ້ ຈຶ່ງໄດ້ຈັດຄັ້ງທີ 10 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ.