ຟີຟາ ຖອດ ອິນໂຕນີເຊຍ ຈາກການເປັນເຈົ້າພາບ ບານເຕະໂລກ U-20 ຈາກບັນຫາປະທ້ວງອິດສະຣາເອລ




ກ່ອນໜ້ານີ້ ອິນນີເຊຍ ຖືກເລືອກໃຫ້ເປັນເຈົ້າພາບໃນການແຂ່ງຂັນບານໂລກ U-20 ທີ່ຈະມີການແຂ່ງຂັນກັນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນາ 2023 ນີ້.
ແນວໃດກໍຕາມກັບເກີດບັນຫາເລື່ອງທີ່ ອິນໂດນີເຊຍ ບໍ່ມີຄວາມສຳພັນທາງການທູດຢ່າງເປັນທາງການກັບອິດສະຣາເອລ ຫນຶ່ງໃນປະເທດທີ່ເຂົ້າແຂ່ງຂັນ ລວມເຖິງປະຊາຊົນໃນປະເທດບາງສ່ວນໄດ້ມີການຍ່າງປະທ້ວງເນື່ອງຈາກພວກຂເົາສະໜັບສະໜູນ ປາເລສສະໄຕ ທີ່ເປັນອິດສະຣາມຄືກັນ ແລະ ມີຄວາມຂັດແຍ່ງກັບອິດສະຣາເອລ ຢູ່.
ຈົນສຸດທ້າຍແລ້ວ ສະມາຄົມບານເຕະອິນໂດນີເຊຍ (PSSI) ຕັດສິນໃຈປະກາດເລື່ອນພິທີຈັບສະຫລາກຮອບແບ່ງກຸ່ມ ເຊິ່ງກຳນົດທີ່ຈະມີຂຶ້ນທີ່ເກາະບາຫລີ ໃນວັນສຸກນີ້ 31 ເມສາ ອອກໄປ ເນື່ອງຈາກອັງການບໍລິຫານສ່ວນຈັງຫວະບາຫລີບໍ່ຍິນຍອມໃຫ້ ອິດສະຣາເອລ ຮ່ວມຊີງໄຊ.
ຈາກສະຖານະການທີ່ເກີດຂຶ້ນເຮັດໃຫ້ສຸດທ້າຍແລ້ວ ຟີຟາ ອອກຖະແຫລງການຍົກເລີກສິດທໃນການເປັນເຈົ້າພາບຂອງອິນໂດນີເຊຍ “ FIFA ໄດ້ຕັດສິນໃຈຈາກສະຖານະການປັດຈຸບັນທີ່ຈະຖອດ ອິນໂດນີເຊຍ ອອກຈາກເຈົ້າພາບບານເຕະໂລກ U-20 ໃນປີ 2023 ຈະມີການປະກາດເຈົ້າພາບລາຍໃຫມ່ໂດຍໄວທີ່ສຸດ ໂດຍວັນທີຂອງການແຂ່ງຂັນຍັງຄົງບໍ່ປ່ຽນແປງ ນອກຈາກນັ້ນອາດຈະມີບົດລົງໂທດຕໍ່ PSSI ໃນເລື່ອງນີ້ນຳອີກ ”.