ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ

ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ - 565000001741701 e1680668883782 - ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ
ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ - kitchen vibe - ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ

ອາມຽນ ຂ່ານ ອະດີດແຊ້ມໂລກລຸ້ນໄລເຕີເວດ ຈາກອັງກິດ ເຊິ່ງປະກາດການວາງມືໄປໃນເດືອນພຶດສະພາ ປີກາຍນີ້ໃນອາຍຸ 35 ປີ ຫລັງຈາກການຊົກຄັ້ງສຸດທ້າຍຂອງລາວເສຍ ເຄລ ບຣູກ ນັກຊົກຮ່ວມຊາດ, ໂດຍໃຫ້ເຫດຜົນຍ້ອນວ່າໝົດແຮງຈູງໃຈສໍາລັບການຊົກມວຍ.

ເຖິງວ່າ ຂ່ານ ຈະວາງມືໄປແລ້ວ ແຕ່ໃນການແຂ່ງຂັນສຸດທ້າຍໃນອາຊີບຂອງລາວທາງ UKAD, ອົງການຕ້ານການໃຊ້ຢາຂອງອັງກິດ, ໄດ້ມີການເກັບສານຕົວຢ່າງໃນ ຂ່ານ ກ່ອນທີ່ຈະພົບວ່າຜົນການໃຊ້ສານຕ້ອງຫ້າມເປັນບວກ ຈາກການທີ່ ຂ່ານ ໃຊ້ສານ ອອສທາລີນ ເຊິ່ງເປັນຕົວປັບ ແອນໂດເຈນ ທີ່ສາມາດຊ່ວຍການເຕີບໂຕຂອງກ້າມຊີ້ນ ໂດຍແມ່ນບັນຊີລາຍຊື່ຂອງສານຕ້ອງຫ້າມຕາມກົດລະບຽບຂອງ WADA.

ເຮັດໃຫ້ ຂ່ານ ໄດ້ຖືກກ່າວຫາວ່າລະເມີດກົດລະບຽບຕ້ານການໃຊ້ສານ ແລະ ນໍາໃຊ້ສານຕ້ອງຫ້າມໃນກິລາ, ໂດຍ UKAD ຢືນຢັນວ່າ ຂ່ານ ຍອມຮັບວ່າການລະເມີດຕໍ່ການໃຊ້ສານກະຕຸ້ນ. ແຕ່ລາວບໍ່ໄດ້ມີເຈດຕະນາ ​ແລະ ​ໄດ້​ສົ່ງ​ຄະດີ​ໃຫ້​ຄະນະ​ກຳມະການ​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ພິຈາລະນາ​ໂດຍ​ສານ​ອິດສະລະ.

ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ - 3 - ອາມຽນ ຂ່ານ ອະດີດນັກມວຍແຊ້ມໂລກ ຖືກຫ້າມ 2 ປີ ຈາກການໃຊ້ສານຕ້ອງຫ້າມ ທີ່ຊ່ວຍໃຫ້ກ້າມຊີ້ນຈະເລີນເຕີບໂຕ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!