ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້

ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້ -              - ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້
ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້ - kitchen vibe - ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້

ວັນທີ 24 ເມສາ 2023 ນີ້ ທ່ານນາງ ວາລີ ເວດສະພົງ ສສຊ ໄດ້ໂພສເຟສບຸກສ່ວນຕົວ ແຊປະສົບການຊື້ເຄື່ອງອອນລາຍ ແຕ່ຖືກຫລອກ ທ່ານໂພສເລົ່າວ່າ: ທົດລອງ ກາເຈິອີ່ຫລີ  page ທີ່ສັ່ງຊື້ເຄື່ອງນຳກໍຂຽນພາສາລາວຈົບເຈືອ (ເຄີຍໄດ້ຍິນແຕ່ຫລາຍຄົນເວົ້າສູ່ຟັງຊື້ເຄື່ອງ ອອນລາຍສິນຄ້າໂຄສະນາກັບສິນຄ້າທີ່ໄດ້ຮັບຕົວຈິງບໍ່ຄືກັນ), ຜູ້ຂາຍອອນລາຍດີໆມີຈັນຍາບັນ ກໍມີເດີບໍ່ໄດ້ເໝົາລວມ ຂໍອອກໂຕໄວ້ກ່ອນ (ເຖິງວ່າການຂາຍສິນຄ້າທາງອອນລະາຍຈະເກັບເງິນປາຍທາງກໍຕາມ ນັກຕົ້ມຕຸນດຽວນີ້ສະຫລາດ) ຕ້ອງຢ່າເກງໃຈໃຫ້ສົ່ງຄືນໂລດເດີ້ ພີ່ນ້ອງ ຂະໜາດວ່າຖາມກ່ອນລະເດ້ວ່າ ສິນຄ້າຕົວຈິງກັບໂຕໂຄສະນາຄືກັນບໍ່ ກໍຕອບຮັບຈົບເຈືອວ່າ “ແບບດຽວກັນ” (ມື້ສິນຄ້າສົ່ງມາຮອດແມ່ນຕົນບໍ່ໄດ້ຢູ່ຮັບດ້ວຍຕົວເອງເປັນຄວາມບົກພ່ອງຂອງໂຕເອງບໍ່ໂທດສະມາຊິກທີ່ຮັບແທນ) ເວລາແຊັດຫາຄືນ ຖືກບລັອກເຟສຈ້ອຍ ແລ້ວປ່ຽນຊື່ page ເປັນແນວໃໝ່ເຂົ້າໄປຊອກຊື່ນີ້ບໍ່ເຫັນຊໍ້າ ເບິ່ງຄັກລະເດ້  ຍອມເສຍຄ່າໂງ່ ແຕ່ໂພສເປັນບົດຮຽນໃຫ້ຜູ້ອື່ນນຳ ຄິດວ່າຫລາຍຄົນຄົງເຄີຍມີບົດຮຽນຄືກັນ  ນີ້ຄືຍຸກ ດີຈີຕອນ (Digital) ທຸກຢ່າງຈະມາຄູ່ກັນຖ້າເຮົາບໍ່ສຶກສາຮຽນຮູ້ປັບໂຕໃຫ້ທັນຍຸກສະໄໝ ກໍຈະຕົກຂະບວນລົດໄຟນຳເພິ່ນ  ແລ້ວຈະຈັດການກັບກຸ່ມຄົນເຫລົ່ານີ້ແບບໃດດີ ຖືວ່າຜິດກົດໝາຍ ມາດຕາ 289 ຕາມປະມວນກົດໝາຍອາຍາ ຖານຕົ້ມຕຸນຫລອກລວງເດ້ເນາະ ເພິ່ງນັກກົດໝາຍຫລືຜູ້ຮູ້ກົດໝາຍທີ່ກ່ຽວຂ້ອງ ຊ່ວຍໃຫ້ຄວາມຮູ້ເພີ້ມເຕີມແດ່ ຕອນນີ້ຂໍເປັນ ປະຊາຊົນ ຫລື ສະເໜີແທນກໍວ່າແມ່ນ  ຊ່ວຍແນະນຳແດ່ ໃຫ້ຫລາຍຄົນໄດ້ຮູ້ ເພື່ອບໍ່ໃຫ້ກະທົບຜູ້ທຳມາຫາກິນຈາກການຂາຍອອນລາຍທີ່ດີ ຮູ້ສຶກວ່າແພ່ລາມຫລາຍ ບາງທ່ານອາດຍອມເສຍເງິນຍ້ອນເວລາຈະໄປເລາະຊື້ເຄື່ອງກາຈຳກັດ ບໍ່ມີບ່ອນຈອດລົດແດ່ ຮ້ອນກາປານນັ້ນ  ຫລາຍໆເຫດຜົນຕ່າງກັນໄປ.

ນີ້ເປັນປະສົບການໜຶ່ງທີ່ທ່ານ ສສຊ ທີ່ພົບພໍ້ດ້ວຍຕົນເອງ ແລ້ວນຳມາເລົ່າເປັນອຸທາຫອນ ໃຫ້ແກ່ສັງຄົມ ແລະ ຫວັງວ່າ ຈະປະໂຫຍດໃຫ້ປະຊາຊົນ ຫລື ຜູ້ບໍລິໂພກ ໄດ້ມີສະຕິລະມັດລະວັງ ໃນການຊື້ຂາຍເຄື່ອງອອນລາຍ ເພາະປັດຈຸບັນທຸລະກິດອອນລາຍເປັນກະແສມາແຮງທີ່ໄດ້ຮັບຄວາມນິຍົມ ເຊິ່ງໃນນັນກໍມີທັງກຸ່ມຄົນທີ່ຄ້າຂາຍດ້ວຍຄວາມຊື່ສັດບໍລິສຸດ ແລະ ມີກຸ່ມຫລອກລວງ ດັ່ງນັ້ນ, ເຮົາຕ້ອງລະມັດລະວັງຕົວສູງຂຶ້ນໃນການຊື້ເຄື່ອງອອນລາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ຫລື ຫາກພົບເຫັນການຫລອກລວງຂາຍສິນຄ້າ ທີ່ບໍ່ເປັນໄປຕາມການໂຄສະນາທ່ານສາມາດໂທແຈ້ງໄດ້ທີ່ເບີ 1510.

ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້ - Visit Laos Visit SALANA BOUTIQUE HOTEL - ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້
ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້ - 3 - ສສຊ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!