ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ

ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ - 834 - ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ
ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ - kitchen vibe - ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ

ວັນທີ 28 ເມສາ 2023 ແຂວງຈຳປາສັກ ໄດ້ຈັດພິທີປະກາດຮັບຮອງເອົາເມືອງໂຂງ ເປັນເມືອງຢຸດຕິການຖ່າຍຊະຊາຍ, ໂດຍການເປັນປະທາຂອງທ່ານ ດຣ ວຽງສີ ສຸກພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ.

ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໂຂງຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ຜ່ານບົດລາຍງານການປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ, ເຊິ່ງໄດ້ສຸມໃສ່ວຽກງານຮັກສາສຸຂະພາບ ທີ່ເປັນວຽກງານສຳຄັນໃນການຕັດສິນຊີ້ຂາດຕໍ່ການບັນລຸນະໂຍບາຍລວມດ້ານສາທາລະນະສຸກເມືອງໂຂງ ປະກອບມີ 9 ກຸ່ມບ້ານ ແລະ 3 ຈຸດອ້ອມຂ້າງເມືອງ ລວມມີ 114 ບ້ານ; ມີ 152 ຄຸ້ມບ້ານມີປະຊາກອນ 102.685 ຄົນ, ຍິງ 50.677 ຄົນ; ມີ 16.397 ຄອບຄົວ, ມີ 16.884 ຫລັງຄາເຮືອນ. ໃນນີ້ການຈັດຕັ້ງປະຕິບັດໄດ້ແບ່ງເປັນ 4 ໄລຍະ ເລີ່ມແຕ່ປີ 2013 ເປັນຕົ້ນມາຈົນມາຮອດປີ 2021-2022 ຈຶ່ງສຳເລັດ.

ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ - Visit Laos Visit SALANA BOUTIQUE HOTEL - ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ
ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ - 3 - ແຂວງຈຳປາສັກ ປະກາດຮັບຮອງເອົາເມືອງໂຂງເປັນເມືອງຢຸດຕິການຖ່າຍຊະຊາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!