UNSC ລົງມະຕິປະນາມຕາລີບັນ ສາເຫດຫ້າມຜູ້ຍິງອັບການິດສະຖານເຮັດວຽກໃຫ້ UN

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ມີມະຕິເປັນເອກະພາບ ປະນາມລັດຖະບານຕາລີບັນທີ່ສັ່ງຫ້າມຜູ້ຍິງຊາວອັບການິດສະຖານເຮັດວຽກໃຫ້ອົງການສະຫະປະຊາຊາດໃນອັບການິດສະຖານ, ພ້ອມຮຽກຮ້ອງໃຫ້ຜູ້ນໍາຕາລີບັນຍົກເລີກການປາບປາມສິດທິຂອງແມ່ຍິງ ແລະ ເດັກຍິງໂດຍໄວ.
ໂດຍຮ່າງມະຕິດັ່ງກ່າວ ເຊິ່ງຂຽນໂດຍສະຫະລັດອາຣັບເອມິເຣດ ແລະ ຍີ່ປຸ່ນ ອະທິບາຍຄໍາສັ່ງຫ້າມດັ່ງກ່າວຂອງຕາລີບັນວ່າ: ເປັນສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດຂອງ UN. ພ້ອມຊີ້ເຖິງບົດບາດຂອງຜູ້ຍິງໃນສັງຄົມອັບການິດສະຖານ ແລະ ລະບຸວ່າ: ການຫ້າມຜູ້ຍິງອັບການິດສະຖານເຮັດວຽກໃຫ້ UN ເປັນການ “ຫລຸດສິດທິມະນຸດ ແລະ ຫລັກການດ້ານມະນຸດສະທໍາ”.
ທັງນີ້, ລັດຖະບານຕາລີບັນເລີ່ມບັງຄັບໃຊ້ຄໍາສັ່ງຫ້າມຜູ້ຍິງອັບການິດສະຖານເຮັດວຽກໃຫ້ UN ນັບແຕ່ຕົ້ນເດືອນເມສາຜ່ານມາ ຫລັງຈາກກ່ອນໜ້ານີ້ມີຄໍາສັງໃຫ້ຜູ້ຍິງສ່ວນຫລາຍຢຸດເຮັດວຽກໃຫ້ໜ່ວຍງານຊ່ວຍເຫລືອດ້ານມະນຸດສະທໍາ.
ໂດຍນັບແຕ່ການໂຄ່ນລົ້ມລັດຖະບານພາຍໃຕ້ການສະໜັບສະໜູນຈາກອາເມລິກາ ແລະ ປະເທດຕາເວັນຕົກໃນປີ 2021 ລັດຖະບານຕາລີບັນຍັງໄດ້ຄວບຄຸມການເຂົ້າເຖິງຊີວິດສາທາລະນະຂອງຜູ້ຍິງຢ່າງເຂັ້ມງວດ ເຊິ່ງລວມທັງການຫ້າມຜູ້ຍິງເຂົ້າຮຽນໃນມະຫາວິທະຍາໄລ ແລະ ປິດໂຮງຮຽນມັດທະຍົມທີ່ມີແຕ່ຜູ້ຍິງ ເຊິ່ງກຸ່ມຕາລີບັນອ້າງວ່າການຕັດສິນໃຈທີ່ເກີດຂຶ້ນເປັນ “ບັນຫາພາຍໃນປະເທດ” ແລະ ພວກເຂົາເຄົາລົບສິດທິແມ່ຍິງຕາມການຕີຄວາມໝາຍຂອງກົດໝາຍອິສລາມຢ່າງເຂັ້ມງວດ.
ທ່ານ ລານາ ນັສເຊເບ (Lana Nusseibeh) ເອກອັກຄະລັດຖະທູດສະຫະລັດອາຣັບເອມິເຣດ ປະຈຳ UN ກ່າວວ່າ: ມີປະເທດສະມາຊິກ 90 ກວ່າປະເທດ ລວມທັງປະເທດມຸດສະລິມ ແລະ ປະເທດໃກ້ຄຽງອັບການິດສະຖານ ລົງຄະແນນສະໜັບສະໜູນມະຕິປະນາມຕາລີບັນ.
ອ້າງອີງ: