ເລີ່ມທົດລອງປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ຢູ່ 2 ເມືອງ ນະຄອນຫລວງວຽງຈັນ


ວັນທີ 29 ເມສາ 2023 ນີ້ ສປປ ລາວ ເລີ່ມທົດລອງປ່ອຍຍຸງລາຍບ້ານ ທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເຊິ່ງການປ່ອຍຍຸງ ຈະໃຊ້ເວລາ 20 ອາທິດ ເລີ່ມແຕ່ອາທິດສຸດທ້າຍຂອງເດືອນເມສາ ຈົນເຖິງທ້າຍເດືອນສິງຫາ 2023 ກວມເອົາເນື້ອທີ່ທັງໝົດປະມານ 11 ຕາແມັດ ຈະສາມາດຊ່ວຍປ້ອງກັນປະຊາກອນ ຈຳນວນຫລາຍກວ່າ 60.000 ຄົນ ຈາກການຕິດເຊື້ອໄຂ້ຍຸງລາຍຢູ່ໃນ 2 ເມືອງເປົ້າໝາຍ.
ໂຄງການທົດລອງຈັດຕັ້ງປະຕິບັດ ວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ເພື່ອປະກອບ ສ່ວນເຂົ້າໃນການຄວບຄຸມ ການສົ່ງຕໍ່ເຊື້ອໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນ ແຜນປະຕິບັດງານກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນໍາໃຊ້ມາດຕະການເຊື່ອມສານແບບຄົບຊຸດ ເຊິ່ງກິດຈະກໍາຫລັກຂອງໂຄງການລວມມີ: ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ເພື່ອໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ແລະ ສ້າງການມີສ່ວນຮ່ວມຂອງຫລາຍຂະແໜງການກ່ຽວຂ້ອງ ລວມທັງການຈັດຕັ້ງບ້ານ, ອສບ ແລະ ຊຸມຊົນໃນບ້ານເປົ້າໝາຍ, ການປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີ ໂວບັກເຄຍ, ການຕິດຕາມຢູ່ພາກສະໜາມໃນໄລຍະເວລາປ່ອຍ ແລະ ປ່ອຍຍຸງໃນພື້ນທີ່ໂຄງການ.
ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ຕະຫລອດໄລ ຍະ 30 ກວ່າປີຜ່ານມາ ສປປ ລາວ ໄດ້ນຳໃຊ້ຫລາຍວິທີ ເພື່ອຄວບຄຸມພາຫະນຳເຊື້ອໄຂ້ຍຸງລາຍ ເຊັ່ນ: ການຄວບຄຸມພາຫະ (ການປະຕິບັດ 5 ປ), ການນຳໃຊ້ຢາຂ້າແມງໄມ້ ແລະ ວິທີການອື່ນໆ ແຕ່ວ່າການເກີດພະຍາດໄຂ້ຍຸງລາຍ ຍັງເປັນບັນຫາສຳຄັນທີ່ຈະຕ້ອງສືບຕໍ່ແກ້ໄຂ. ໃນນີ້, ການນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ແມ່ນປອດໄພຕໍ່ກັບຄົນ, ສັດ ແລະ ນິເວດວິທະຍາ ແລະ ຍັງເປັນວິທີການທີ່ມີປະສິດຜົນສູງ, ມີຄວາມຍືນຍົງ ແລະ ໄດ້ຮັບຜົນໃນໄລຍະຍາວ.
ປັດຈຸບັນພວກເຮົາກຳລັງປະຕິບັດໂຄງການຕົວແບບຢູ່ເມືອງຈັນທະບູລີ ແລະ ໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອຫລຸດຜ່ອນການສົ່ງຕໍ່ເຊຶ້ອໄຂ້ຍຸງລາຍ ໂດຍນຳເອົາຍຸງທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ມາປ່ອຍປະປົນຢູ່ກັບຍຸງທົ່ວໄປ ເພື່ອໃຫ້ມີການແຜ່ພັນ ແລະ ຖ່າຍທອດເຊື້ອຈຸລິນຊີ ໂວບັກເຄຍ ຈາກຮຸ່ນສູ່ຮຸ່ນຕໍ່ໄປ, ການນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍນີ້ປຽບເໝືອນກັບຄຳສຸພາສິດລາວທີ່ກ່າວໄວ້ວ່າ: ໜາມປັກໃຫ້ເອົາໜາມບົ່ງ.