ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ພ້ອມເສີມຂະຫຍາຍການຮ່ວມມືກັນ

ວັນທີ 30 ເມສາ 2023 ຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ນຳໂດຍສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ ກຳມະການກົມການເມືອງສູນກາງພັກ, ເລຂາທິການຄະນະຈັດຕັ້ງສູນກາງພັກກອມມູນິດ ກູບາ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປລາວ ຢ່າງເປັນທາງການໃນລະຫວ່າງວັນທີ 28-30 ເມສາ 2023.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປລາວ ຢ່າງເປັນທາງການຂອງສະຫາຍ ໂຣເບີດໂຕ ໂມຣາເລດສ ໂອເຮດາ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນນິມິດໝາຍທີ່ດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ການພົວພັນຮ່ວມມືຖານອ້າຍນ້ອງ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃຫ້ສູງຂຶ້ນ ທັງໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອໍານາດປະຊາຊົນກູບາ ໃນໄລຍະຜ່ານມາ, ເຊິ່ງໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ລະດັບປະທານສະພາ ແລະ ຄະນະມິດຕະພາບລັດຖະສະພາລາວ-ກູບາ; ອັນທີ່ພົ້ນເດັ່ນ ສະຫາຍປະທານສະພາແຫ່ງຊາດ ຊຸດທີ VIII ໄດ້ຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ ໃນເດືອນກຸມພາ 2019.
ໃນໂອກາດການຢ້ຽມຢາມດັ່ງກ່າວ ສອງສະພາແຫ່ງຊາດ ລາວ-ກູບາ ໄດ້ລົງນາມບົດບັນທຶກຊ່ວຍຈໍາ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດນຳກັນ ເປັນນິຕິກໍາທີ່ເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ການພົວພັນຮ່ວມມືຂອງ ສອງອົງການນິຕິບັນຍັດຂອງ ສອງປະເທດ. ເຊິ່ງໃນເດືອນເມສາ ປີ 2022 ຜ່ານມາ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ພົບປະແບບທາງໄກນຳ ສະຫາຍ ເອັສເຕບານ ລາໂຊ ເຮີນານເດສ ປະທານສະພາແຫ່ງຊາດອໍານາດປະຊາຊົນກູບາ ແລະ ໄດ້ຮ່ວມກັນຕີລາຄາການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ.ກູບາ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນການໃນຕໍ່ໜ້າ; ແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19. ນອກຈາກນີ້, ສອງອົງການນິຕິບັນຍັດ ຍັງມີການແລກປ່ຽນບົດຮຽນ ແລະ ຂໍ້ມູນ-ຂ່າວສານ, ສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຂອງຊາດ ແລະ ສະໜັບສະໜູນກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມນີ້, ສະຫາຍ ໂຣເບີດໂຕ ໂມຣາເລັດສ໌ ໂອເຮດາ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບຂອງສະຫາຍ ໄຊສົມພອນ ພົມວິຫານ, ແຈ້ງຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດອຳນາດປະຊາຊົນ, ການແຕ່ງຕັ້ງປະທານປະເທດ, ຮອງປະທານປະເທດ, ບຸກຄະລາກອນຂອງສະພາແຫ່ງຊາດ, ຄະນະລັດຖະບານຂອງ ສ. ກູບາ ແລະ ລາຍງານໃຫ້ຊາບ ກ່ຽວກັບຜົນການເຂົ້າຢ້ຽມຂ່ຳນັບສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ຜົນຂອງການພົບປະສອງຝ່າຍກັບ ສະຫາຍປະທານກວດກາແຫ່ງລັດ, ການຈັດກອງປະຊຸມສຳມະນາດ້ານທິດສະດີ, ຜົນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ຖືວ່າໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ບັນລຸຕາມຈຸດປະສົງລະດັບຄາດໝາຍທຸກປະການ.
ໃນການປຶກສາຫາລືຄັ້ງນີ້, ສອງຝ່າຍ ກໍໄດ້ແລກປ່ຽນຄຳຄິດເຫັນຕໍ່ການຊຸກຍູ້ ແລະ ສົ່ງເສີມໃຫ້ສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ກະສິກຳ, ສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວ ທີ່ສອງປະເທດ ມີທ່າແຮງນຳກັນ ໃຫ້ເປັນຮູບປະທຳຂຶ້ນກວ່າເກົ່າ ເເນໃສ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ໃຫ້ມີການຂະຫຍາຍຕົວຂຶ້ນເປັນກ້າວໆ.