ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ

ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ - dfc81c4e bed4 4a6c 83b7 37ca823d7cd9 e1683271415556 - ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ
ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ - kitchen vibe - ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ

ມາຄັສ ແຣສຟອດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ໄດ້ເຂົ້າມາຊ່ວຍ ເວສ ບຣາວ ທີ່ລົ້ມລະລາຍ. ດ້ວຍການສະເໜີທີ່ຢູ່ອາໄສໃນລາຄາບໍ່ແພງ, ອີງຕາມການລາຍງານຈາກ Daily Star.

ອະດີດກອງຫລັງ ອາຍຸ 43 ປີ ຖືກສານຍື່ນຄຳຮ້ອງໃຫ້ເປັນບຸກຄົນລົ້ມລະລາຍ ມາຕັ້ງແຕ່ວັນທີ 27 ກຸມພາທີ່ຜ່ານມາ ກ່ອນ​ຈະ​ໄດ້​ຮັບ​ການ​ຢັ້ງ​ຢືນ​ໃນ​ວັນ​ທີ 12 ເມ​ສາ​ຜ່ານ​ມາ.

ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ - Visit Laos Visit SALANA BOUTIQUE HOTEL - ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ

ເວສ ບຣາວ ເຊິ່ງອຳລາສະໜາມໄປໃນປີ 2018, ປະສົບບັນຫາທາງດ້ານການເງິນຢ່າງໜັກຈົນລົ້ມລະລາຍ. ເນື່ອງຈາກຄວາມລົ້ມເຫລວໃນການເຮັດທຸລະກິດອະສັງຫາລິມະສັບ ລວມທັງການແຍກທາງຈາກອະດີດເມຍຂອງລາວ Leanne Wassell, ເຊິ່ງມີສ່ວນສໍາຄັນທີ່ເຮັດໃຫ້ລາວຕ້ອງສູນເສຍເງິນໄປຈຳນວນຫລາຍ.

ດ້ວຍເຫດຜົນນີ້, ແຣສຟອດ ຈຶ່ງຍື່ນມືເຂົ້າມາຊ່ວຍເຫລືອລຸ້ນອ້າຍໃນທັບຜີສາດແດງ. ໂດຍອະນຸຍາດໃຫ້ ບຣາວ ມາອາໄສຢູ່ໃນເຮືອນຫລູແຫ່ງໜຶ່ງຂອງລາວ. ໂດບການຄິດ​ລາ​ຄາ​ເຊົ່າ​ທີ່ບໍ່ແພງ, ເຊິ່ງນອກ​ຈາກ ແຣສຟອດ, ແລ້ວຍັງ​ມີ​ອະດີດ​ເພື່ອນ​ຮ່ວມ​ທີມ​ຄື ເວນ ຣູນີ່ ​ແລະ ໄມເຄິນ ຄາຣິກ ມາໃຫ້ຄວາມ​ຊ່ວຍ​ເຫລືອ​ໃນ​ດ້ານ​ອື່ນໆ​ອີກເຊັ່ນ​ກັນ, ຂະນະທີ່ ເດລີ ສະຕາ ອອກມາເປີດເຜີຍບົດສຳພາດຈາກແຫລ່ງຂ່າວທີ່ອ້າງວ່າເປັນຄົນໃກ້ຊິດກັບ ບຣາວ ເຊິ່ງລະບຸວ່າສາເຫດຂອງການລົ້ມລະລາຍແມ່ນການໃຊ້ຈ່າຍເງິນແບບເກີນໂຕ.

 

ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ - 4 - ລຸ້ນອ້າຍລົ້ມລະລາຍ ແຣສຟອດ ຊ່ວຍເຫລືອ ເວສ ບຣາວ ໃຫ້ເຊົ່າເຮືອນໃນລາຄາບໍ່ແພງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!