ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ

- Halimah Yacob singapore - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ
- kitchen vibe - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ

- halimahwave0913 - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ

ສິງກະ​ໂປ​ປະກາດ​ຊື່​ປະທານາທິບໍດີ​ຄົນ​ໃໝ່​ແລ້ວ​ໃນ​ວັນ​ທີ 13 ກັນຍາ​ນີ້ ​ເປັນ​ປະທານາທິບໍດີ​ຍິງ​ຄົນ​ທຳ​ອິດ​ຂອງ​ປະ​ເທດ ​ແລະ ​ເປັນ​ຜູ້​ສະມັກ​ຄົນ​ດຽວ​ທີ່​ມີ​ຄຸນສົມບັດ​ຜ່ານ​ຕາມ​ເກນ​ການ​ເລືອກ​ຕັ້ງ.

- Visit Laos Visit SALANA BOUTIQUE HOTEL - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ

ທ່ານ​ນາງ ຮາ​ລິ​ມາ ຍາ​ຄອບ ອະດີດ​ປະທານ​ສະພາ​ຜູ້​ແທນ​ລາສະດອນ ອາຍຸ 63 ປີ ກ່າວ​ຢູ່​ສຳນັກງານ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງວ່າ: ທ່ານ​ບໍ່​ແມ່ນ​ປະທານາທິບໍດີ​ທີ່​ຖືກ​ຈອງ​ຕົວ​ໄວ້, ​ເຖິງ​ວ່າການ​ເລືອກ​ຕັ້ງຄັ້ງນີ້​ກັນ​ໄວ້​ໃຫ້​ຜູ້​ສະໝັກ​ຈາກ​ທ້ອງ​ຖິ່ນ, ​ແຕ່​ທ່ານ​ເປັນ​ປະທານາທິບໍດີ​ຂອງ​ທຸກ​ຄົນ. ສຳນັກງານ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງສິງກະ​ໂປ​ປະກາດ​ກ່ອນ​ໜ້າ​ນີ້​ວ່າ: ຜູ້​ສະໝັກ​ອີກ 4 ທ່ານ ຄຸນສົມບັດ​ບໍ່​ຜ່ານ ​ເນື່ອງ​ຈາກ​ສອງ​ທ່ານ​ບໍ່​ແມ່ນ​ຊາວ​ມາ​ເລ (Malay), ຂະນະ​ທີ່​ອີກ​ສອງ​ທ່ານ​ເປັນ​ຊາວ​ມາ​ເລ​ແຕ່​ຄຸນສົມບັດ​ບໍ່​ໄດ້.

- yaacob5 - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ

ສິງກະ​ໂປ​ຈັດການ​ເລືອກ​ຕັ້ງປະທານາທິບໍດີ 6 ປີ, ປີ​ນີ້​ກຳນົດ​ໃຫ້​ຜູ້​ສະໝັກ​ທີ່​ເປັນ​ຊາວ​ມາ​ເລ​ເທົ່າ​ນັ້ນ ຫວັງ​ສ້າງ​ຄວາມ​ຮູ້ສຶກ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ກຸ່ມ​ຊາດ​ພັນ ຄື​ຈີນ, ມາ​ເລ ​ແລະ ອິນ​ເດຍ. ຜ່ານ​ມາ​ສິງກະ​ໂປ​ມີ​ປະທານາທິບໍດີ​ທີ່​ເປັນ​ຊາວ​ມາ​ເລ​ພຽງ​ຄົນ​ດຽວ ຄື​ທ່ານ ຢູຊອບ ອິສຮັດ ດຳລົງ​ຕຳ​ແໜ່​ງ​ແຕ່​ປີ 1965 ຈົນ​ເຖິງ​ມໍ​ລະນະ​ກຳ​ໃນ​ທ້າຍ​ປີ 1970 ​​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ຫຼັງ​ສິງກະ​ໂປ​ແຍກ​ຕົວ​ຈາກ​ສະຫະພາບ​ມາລາ​ຍາ​ໃນ​ປີ 1965 ຮູບ​ຂອງ​ທ່ານ​ປາກົດ​ຢູ່​​ໃນ​ເງິນ​ໂດ​ລາ​ສິງກະ​ໂປ.

- f7c9bc0c a5a1 11e6 a836 75a661626cad 1280x720 - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ

- 5 - ສິງກະໂປປະກາດຊື່ປະທານາທິບໍດີ ຜູ້ຍິງຄົນທຳອິດຂອງປະເທດແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!