ຈອບຍິງສັດປ່າ ແຕ່ຖືກລູກຫລົງຍິງກັນເອງ ເສຍຊີວິດ 1 ຄົນ


ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫລວງນ້ຳທາລາຍງານວ່າ: ວັນທີ 3 ມີນາ 2023 ຜ່ານມາ ເກີດເຫດມີຜູ້ເສຍຊີວິດຍ້ອນຖືກຍິງ ຢູ່ເຂດບ້ານກໍເພນ ກຸ່ມຊຽງແຂງ ເມືອງສິງ. ຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ປໍຍໍ ອາຍຸ 45 ປີ ມີຮ່ອງຮອຍຖືກຍິງທີ່ກະໂຫລກຫົວທາງດ້ານຫລັງ 3 ລູກ ຊອດອອກໜ້າຜາກ 1 ຈຸດໃຫຍ່ ພ້ອມທັງກັກຕົວຜູ້ກໍ່ເຫດໄດ້ 1 ຄົນ ຊື່ທ້າວ ອາກອງ ອາຍຸ 19 ປີ, ທັງ 2 ຄົນ ແມ່ນຢູ່ບ້ານອ້າຍຢາງ ເມືອງລອງ ແຂວງຫລວງນ້ຳທາ.
ຜ່ານການສອບສວນທ້າວ ອາກອງ ຜູ້ກໍ່ເຫດຮັບສາລະພາບວ່າ: ທ້າວ ປໍຍໍ (ຜູ້ເສຍຊິວິດ) ເປັນພີ່ນ້ອງກັນ ຮັບຈ້າງລ້ຽງງົວຢູ່ບ້ານເອີຫລ້າໃໝ່, ມື້ເກີດເຫດແມ່ນທັງສອງໄດ້ໄປຊອກນຳຄວາຍທີ່ບໍ່ເຫັນ ຢູ່ເຂດບ້ານກໍເພນ ໃນຕອນເຊົ້າຂອງວັນທີ 3 ມີນາ 2023 ທັງສອງອອກເດີນທາງພ້ອມດ້ວຍປືນແກັບຄົນລະກະບອກ, ໃນຂະນະຊອກຄວາຍໄດ້ຍິນສຽງສັດປ່າເຂ່ຍໃບໄມ້ ຈຶ່ງໄດ້ພາກັນຫ້າງປືນຈອບຍິງ, ເຊິ່ງຕົນໄດ້ຢູ່ທາງຫລັງຂອງຜູ້ເສຍຊິວິດ ຢືນຫ່າງກັນປະມານ 2 ແມັດ ພ້ອມທັງຫັນປາຍປືນໄປຫາທາງສຽງສັດ ໃນເວລານັ້ນທ້າວ ປໍຍໍ ຜູ້ເສຍຊິວິດຢູ່ໃນທ່ານັ່ງລາວໄດ້ຍິງຟານ 1 ບາດ, ຟານແລ່ນລົງມາທາງໜ້າຂອງຕົນ ຈຶ່ງໄດ້ຍິງຊ້ຳເພື່ອໃຫ້ໂຕຟານຕາຍ ແຕ່ບັງເອີນຜູ້ເສຍຊິວິດໄດ້ຢືນຂຶ້ນກະທັນຫັນ ເຮັດໃຫ້ລູກປືນຂອງຕົນຖືກບໍລິເວນຫົວ ຈົນລົ້ມລົມກັບພື້ນ, ຫຼັງຈາກນັ້ນຕົນກໍຟ້າວລົງໄປອູ້ມເອົາຮ່າງຂອງຜູ້ເສຍຊິວິດ ແຕ່ສັງເກດເຫັນວ່າມີເລືອດໄຫລອອກຈາກຫົວເປັນຈຳນວນຫລາຍ ຈຶ່ງໄດ້ແລ່ນກັບໄປຟາມງົວ ແລ້ວບອກໃຫ້ຄອບຄົວຜູ້ເສຍຊິວິດ ແລະ ປະຊາຊົນ ບ້ານກໍເພນມາຊ່ວຍນຳເອົາຮ່າງຜູ້ເສຍຊິວິດກັບໄປຟາມງົວ.
ປັດຈຸບັນທາງເຈົ້າໜ້າທີ່ສືບສວນສອບ-ສວນຄະດີອາຍາ ປກສ ເມືອງສິງ ໄດ້ສົ່ງຜູ້ກ່ຽວໃຫ້ທາງ ກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.