ລາວ-ຈີນ ເພີ່ມທະວີການຮ່ວມມືທາງດ້ານພະລັງງານ ແລະ ບໍ່ແຮ່


ວັນທີ 12 ພຶດສະພາ 2023 ຜ່ານມາ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຖິງ ເຫີຊຽນ ປະທານສະມາຄົມທຸລະກິດຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 10-17 ພຶດສະພາ 2023 ນີ້.


ທ່ານ ທອງພັດ ອິນທະວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມທັງລາຍການສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນຜົນສໍາເລັດການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແລະ ບໍ່ແຮ່ຢູ່ ສປປ ລາວ ໃນໄລຍະ 40 ກວ່າປີຜ່ານມາ, ພ້ອມທັງໄດ້ສະເໜີໃຫ້ ທ່ານ ປະທານສະມາຄົມທຸລະກິດຈີນຊຸກຍູ້ສົ່ງເສີມນັກທຸລະກິດ ສປ ຈີນ ໃຫ້ຂົ້າມາລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດລາວ-ຈີນ.
ໃນໂອກາດນີ້,ທ່ານ ເຖິງ ເຫີຊຽນ ກໍໄດ້ລາຍງານຈຸດປະສົງຂອງການເດີນທາງຢ້ຽມຢາມ ແລະ ເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອສຶກສາຂໍ້ມູນທ່າແຮງໃນການລົງທຶນຂອງ ສປປ ລາວ ໂດຍສະເພາະທ່າແຮງດ້ານພະລັງງານ ແລະໄຟຟ້າ, ບໍ່ແຮ່ ແລະ ກະສິກໍາ.