ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ

ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ - 449b13db 8901 4da9 bdc1 614dcfdae019 - ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ
ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ - kitchen vibe - ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ

ໃນເດືອນ ພຶດສະພາ, ບໍລິສັດ ພູເບ້ຍ ມາຍນິງ (PBM) ໄດ້ເປີດນຳໃຊ້ເສັ້ນທາງເວັ້ນໃໝ່ບ້ານນຳ້ຍອນ, ເຊິ່ງຕັ້ງຢູ່ບໍລິເວນເຂດໂຮງງານຂຸດຄົ້ນ – ປຸງແຕ່ງທອງ – ຄຳ ພູຄໍາ ເມືອງອະນຸວົງ, ແຂວງໄຊສົມບູນ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ຮືທໍ່ ເພຍຫລວງ, ເຈົ້າເມືອງ ອະນຸວົງ, ຕາງຫນ້າຈາກອໍານາດການປົກຄອງເມືອງ ອະນຸວົງ, ຕາງຫນ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການປ້ອງກັນຄວາມສະຫງົບ ເມືອງອະນຸວົງ ກໍເຂົ້າຮ່ວມໃນງານເປີດນຳໃຊ້ທາງຢ່າງເປັນທາງການ.

ວຽກຂົນສົ່ງ ແລະ ລົດນໍາສົ່ງພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ທັງໝົດທີ່ເດີນທາງໄປທ່າເຮືອບັກ ແລະ ເຮືອໄວນາຕູ້ລະຫວ່າງໂຮງງານ ພູຄຳ ແລະ ໂຮງງານ ບ້ານຫ້ວຍຊາຍ ຈະນຳໃຊ້ເສັ້ນທາງເວັ້ນດັ່ງກ່າວ ໂດຍບໍ່ຕ້ອງຜ່ານເຂົ້າເສັ້ນທາງຫລວງປະຈຸບັນທີ່ຢູ່ເຂດບ້ານນຳ້ຍອນ, ເຊິ່ງຈະເພີ່ມຄວາມປອດໄພຂອງຊຸມຊົນໃນບ້ານ.

ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ - Visit Laos Visit SALANA BOUTIQUE HOTEL - ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ

ບໍລິສັດ ໄດ້ລົງທຶນກໍ່ສ້າງເສັ້ນທາງເວັ້ນດັ່ງກ່າວເປັນຈຳນວນເງິນ $178.000 ໂດລ່າສະຫະລັດ ເຊິ່ງມີໄລຍະທາງຍາວ 1,65 ກິໂລແມັດ ແລະ ກວ້າງ 11 ແມັດ ເຊິ່ງເລີ່ມຈາກປະຕູທາງເຂົ້າເຂດບໍ່ຂຸດຄົ້ນ ພູຄຳ ຢູ່ຈຸດຮັກສາຄວາມປອດໄພປ່ຽນຜຽນວຽກຂອງໂຮງງານ ໄປທາງທິດໃຕ້ເຂົ້າສູ່ເຂດອຸດສະຫະກຳເບົາຂອງໂຮງງານ, ຜ່ານເສັ້ນທາງໃນເຂດອ່າງເກັບຫາງແຮ່ ແລະ ອອກໄປຖະໜົນຫຼວງ.

ທ່ານ ດາລິງ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ຈໍາກັດ ໄດ້ເວົ້າກ່ຽວກັບຄວາມມຸ່ງຫມັ້ນຂອງບໍລິສັດ ແພນອອສ໌ ໃນການໃຫ້ຄວາມສຳຄັນຕໍ່ຄວາມປອດໄພຂອງຊຸມຊົນທ້ອງຖິ່ນວ່າ: “ບ້ານ ນຳ້ຍອນ ແມ່ນຫນື່ງໃນບ້ານເຈົ້າພາບຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຄວາມປອດໄພຂອງປະຊາຊົນຢູ່ບ້ານນຳ້ຍອນ ແມ່ນບູລິມະສິດອັນດັບໜຶ່ງຂອງບໍລິສັດ.

ທ່ານ ດາລິງ ເຊັງ ກ່າວ: “ເສັນທາງເວັ້ນໃໝ່ນີ້ ເຮັດໃຫ້ບໍລິສັດ ພູເບ້ຍ ມາຍນິງ ສາມາດສືບຕໍ່ວຽກຂົນສົ່ງ ແລະ ການໂດຍສານທັງໝົດລະຫວ່າງໂຮງງານ ພູຄຳ ແລະ ໂຮງງານ ບ້ານຫ້ວຍຊາຍ ປອດໄພ ແລະ ຈະຢຸດຕິອຸບັດຕິເຫດທີ່ເກີດຈາກລົດພວກເຮົາຕໍ່ປະຊາຊົນຢູ່ໃນບ້ານດັ່ງກ່າວ.”

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວຕື່ມວ່າ: “ເສັ້ນທາງເວັ້ນດັ່ງກ່າວແມ່ນເສັ້ນທາງທີ່ຍືນຍົງ, ເຊິ່ງເຮັດໃຫ້ຊຸມຊົນທ້ອງຖິ່ນມີຄວາມປອດໄພເພີ້ມຂຶ້ນ ແລະ ສະໜັບສະໜູນແຜນການຂົນສົ່ງຂອງບໍລິສັດໃນຕໍ່ໜ້າ.”

ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ - 3 - ບໍລິສັດ ພູເບ້ຍ ມາຍນິງ ສ້າງທາງເວັ້ນໃໝ່ເພື່ອຄວາມປອດໄພຂອງຊຸມຊົນທ້ອງຖິ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!