ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ

ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ - 347252270 542254544785032 4841122711020746209 n 1 - ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ
ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ - kitchen vibe - ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ

ພາຍຫລັງມີການເຜີຍແຜ່ຄລິບຜ່ານສື່ສັງຄົມອອນລາຍໃນວັນທີ 13 ພຶດສະພາ 2023 ຜ່ານມາວ່າມີນາຍທຶນເຂົ້າໄປບຸກລຸກເນື້ອ ທີ່ການຂອງປະຊາຊົນເຮັດໃຫ້ມີຫາງສຽງວິພາກວິຈານກ່ຽວກັບເລື່ອງນີ້ໄປຕ່າງໆນານາ.

ຕໍ່ມາວັນທີ ວັນທີ 15 ພຶດສະພາ 2023 ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າພາຍຫລັງໄດ້ຮັບຮູ້ເລື່ອງແລ້ວກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຈຸດເກີດເຫດ ເພື່ອຫາຂໍ້ມູນລາຍລະອຽດ.

ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ - Visit Laos Visit SALANA BOUTIQUE HOTEL - ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ

ວັນທີ 17 ພຶດສະພາ ຫ້ອງວ່າການແຂວງ ອັດຕະປືອອກແຈ້ງການ ໃຫ້ບໍລິສັດ ສິຊິນ ພັດທະນາກະສິກຳ ໂຈະຊົ່ວຄາວ ການບຸກເບີກເນື້ອທີ່ດິນສຳປະທານ ຢູ່ເຂດບ້ານໜອງຫີນ ແລະ ບໍລິສັດ ກອງແກ້ວ ພັດທະນາກະສີກຳ ໂຈະຊົ່ວຄາວ ການບຸກເບີກເນື້ອ ທີ່ດິນສຳປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ແຂວງອັດຕະປື ແຕ່ເປັນການໂຈະຊົ່ວຄາວເພື່ອກວດກາຄືນເບິ່ງຜົນກະທົບຕົວຈິງແລ້ວຈະໄດ້ສືບຕໍ່ແກ້ໄຂຜົນກະທົບນັ້ນໃຫ້ຖືກຕ້ອງຕາມຄວາມເປັນຈິງ.

ຫລ້າສຸດ ວັນທີ 18 ພຶດສະພາ 2023 ນີ້ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປືໄດ້ ໃຫ້ສຳພາດຕໍ່ທີມຂ່າວໜັງສືພິມລາວພັດທະນາ ຜ່ານທາງໂທລະສັບວ່າ:

ເຫດການການບຸກລຸກປ່າປ້ອງກັນທຳການຜະລິດລັກສະນະດັ່ງກ່າວນີ້ແມ່ນມີມາກ່ອນໜ້ານີ້ແລ້ວ ແລະ ທາງແຂວງໄດ້ສັ່ງໃຫ້ຜູ້ບຸກລຸກຢຸດເຊົາໄປເລີຍຮອບໜຶ່ງແລ້ວ ເຊິ່ງດິນບ່ອນນີ້ກໍສະຫງວນໄວ້ ເພື່ອຟື້ນຟູປ່າບໍ່ໃຫ້ໃຜເຂົ້າໄປປູກມັນຕົ້ນໃສ່ອີກ ຖ້າປູກມັນຕົ້ນໃສ່ ມັນຈະເຮັດໃຫ້ດິນເຂດດັ່ງກ່າວກາຍເປັນດິນແຫ້ງແລ້ງແລະຈະພາໃຫ້ບໍ່ມີຕົ້ນໄມ້ເລີຍ ໂດຍການປູກໄມ້ຢືນຕົ້ນປະເພດໄມ້ຢາງ, ໄມ້ບາກ, ໄມ້ທ້ອງຖິ່ນດັ່ງກ່າວ ສະຫຼັບສັບຫວ່າງກັນບການປູກໝາກຖົ່ວລຽນ ເພື່ອຈະທຳການຟື້ນຟູປ່າ ແຕ່ການຟື້ນຟູປ່າຈຳເປັນຕ້ອງໄດ້ອາໄສກຳລັງແຮງຂອງພາກເອກະຊົນ ທີ່ມີທຶນຮອນ ແລະ ຕອບສະໜອງລາຍຮັບໃຫ້ພວກເຂົາ.

ອົງການປົກຄອງແຂວງອັດຕະປືໄດ້ເຊັນສັນຍາກັບພາກເອກຊົນມາສຳປະທານ ເພື່ອຟື້ນຟູປ່າ ແລະ ປູກໄມ້ອຸດສາຫະກຳປະສົມປະສານກັບໄມ້ກິນໝາກເຊັ່ນຕົ້ນໝາກຖົ່ວລຽນ ໂດຍເຊັນອະນຸຍາດໃຫ້ ບໍລິສັດສິຊິນ ພັດທະນາກະສິກຳ ຈຳກັດ ແລະ ບໍລິສັດ ກອງແກ້ວ ພັດທະນາກະສິກຳຈຳກັດ ສຳປະທານ 25 ປີ ປະກອບມີ 3 ສັນຍາ ໃນເນື້ອທີ່ 300 ເຮັກຕາ, ພາຍຫຼັງໝົດອາຍຸສຳປະທານແລ້ວຈະມອບຄືນໃຫ້ລັດຖະບານກໍຄືແຂວງອັດຕະປືຄຸ້ມຄອງ ແລະ ປົກປັກຮັກສາໃຫ້ມີຄວາມຍືນຍົງໃນຕໍ່ໜ້າ ໃນເນື້ອທີ່ສຳປະທານດັ່ງກ່າວນັ້ນໄດ້ມີການຊົດເຊີຍແລ້ວຈຳນວນໜຶ່ງ ສ່ວນທີ່ເຫລືອແມ່ນຍັງມີການຕົກລົງລາຄາກັນບໍ່ທັນໄດ້ທີ່ຈະມີການຄົ້ນຄວ້າຕໍ່ໄປ.

ໃນມື້ເກີດເຫດ ແມ່ນບໍລິສັດລົງມືດໍາເນີນການຕັດແລວເນື້ອທີ່ສໍາປະທານ, ຊຶ່ງປະຊາຊົນຜູ້ທີ່ມີປາກມີສຽງກັນໃນມື້ນັ້ນ ແມ່ນປະຊາຊົນທີ່ມາແຕ່ເມືອງປາກຊ່ອງ ແຂວງຈໍາປາສັກ ຊຶ່ງເປັນບຸກຄົນ ແລະ ເປັນຄອບຄົວທີ່ເຂົ້າມາບຸກເບີກເຮັດຮົ້ວ-ເຮັດສ່ວນຢູ່ເຂດບ້ານໄຊດອນໂຂງ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຈັດຕັ້ງບ້ານ, ອົງການຈັດຕັ້ງເມືອງ ແຕ່ຢ່າງໃດ, ເນື້ອທີ່ດິນທີ່ເຮັດຮົ້ວ-ເຮັດສວນ ແມ່ນບໍ່ມີກໍາມະສິດນໍາໃຊ້ທີ່ດິນ (ບໍ່ມີນິຕິກໍາໃດໆ) ພຽງແຕ່ເຂົ້າໄປຈັບຈອງ ແລະ ເຮັດຮົ້ວ ເຮັດສວນເລີຍ ແລະ ຂະຫຍາຍເນື້ອທີ່ບຸກເບີກເລື້ອຍໆໂດຍບໍ່ຢຸດເຊົາ (ບາງບ່ອນຈັບຈ່ອງແລ້ວຂາຍຕໍ່ໃຫ້ຜູ້ອື່ນ, ດຶງຄອບຄົວອື່ນ-ຜູ້ອື່ນມາເຮັດນໍາ ຊຶ່ງຜ່ານມາອົງການຈັດຕັ້ງບ້ານໄຊດອນໂຂງ ແມ່ນໄດ້ກ່າວເຕືອນ ແລະ ໃຫ້ຢຸດເຊົາການບຸກລຸກຈັບຈອງ ການກະທໍາບໍ່ເໝາະສົມ ແມ່ນຫຼາຍເທື່ອແລ້ວ, ພ້ອມທັງປະສານກັບອົງການຈັດຕັ້ງບ້ານ ທີ່ຄອບຄົວ ສັງກັດຢູ່ແຕ່ອົງການຈັດຕັ້ງບ້ານດັ່ງກ່າວບໍ່ທັນໄດ້ໃຫ້ຮັບການຮ່ວມມືແກ້ໄຂຮ່ວມກັນເທື່ອ, ພ້ອມກັນນັ້ນ ຜ່ານມາຄອບຄົວດັ່ງກ່າວ ແມ່ນໄດ້ຮັບການຊົດເຊີຍຈາກບໍລິສັດແລ້ວ ໃນເນື້ອທີ່ທີ່ຖືກໂຄງການ ແຕ່ອາດຈະມີການບຸກເບີກກາຍເນືອທີ່ສຳປະທານຫລືບໍ່ນັ້ນຍັງຢູ່ໃນຂັ້ນຕອນການກວດສອບຄືນ ເພື່ອຫາວິທີທາງແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ສ່ວນຜົນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຈະເປັນແນວໃດນັ້ນ ພາກສ່ວນກ່ຽວຂ້ອງພວມເລັ່ງດຳເນີນການ ຫາກມີຄວາມຄືບໜ້າຄືແນວໃດ ທີມຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມພາຍຫລັງ.

ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ - 5 - ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ
ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ - 4 - ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ
ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ - 3 - ຫົວໜ້າຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ແລະ ການໂຈະຊົ່ວຄາວຂອງ 2 ບໍລິສັດ