ສະຫຼຸບການສ້າງຕັ້ງນະຄອນ ຄົບຮອບ 5 ປີ ແລະ ວາງທິດທາງການພັດທະນາ ນະຄອນປາກເຊໃນໄລຍະໃໝ່


ວັນທີ 28 ພຶດສະພາ 2023, ກະຊວງພາຍໃນ ຮ່ວມກັບ ຄະນະພັກ - ອົງການປົກຄອງນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການສ້າງຕັ້ງນະຄອນ ຄົບຮອບ 5 ປີ ແລະ ວາງທິດທາງການພັດທະນາ ນະຄອນປາກເຊໃນໄລຍະໃໝ່. ຢູ່ສະໂມສອນນະຄອນ ໂດຍການເປັນປະທານຮ່ວມຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ. ມີທ່ານ ຮສ.ປອ ສຸກັນ ຈິດປັນຍາ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ, ຜູ້ຕາງໜ້າຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ ປະຈຳ ສປປ ລາວ ພ້ອມດ້ວຍການນໍານະຄອນ, ການນໍາຫ້ອງວ່າການ, ການນໍາຫ້ອງການຕ່າງໆທີ່ກ່ຽວຂ້ອງ ຂອງນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແລະ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ເຈົ້າເມືອງຄົງເຊໂດນ ແຂວງສາລະວັນ, ເຈົ້າເມືອງລະມາມ ແຂວງເຊກອງ, ເຈົ້າເມືອງສາມັກຄີໄຊ ແຂວງອັດຕະປື, ການນໍາແຂວງ, ການນໍາພະແນກພະແນກການກົມກອງອ້ອມຂ້າງແຂວງຈໍາປາສັກ, ການນໍາ 9 ເມືອງ, ການນໍານະຄອນ, ການນໍາຫ້ອງການ, ອົງການທຽບເທົ່າພາຍໃນນະຄອນປາກເຊ, ເລຂາຄະນະພັກຮາກຖານ 5 ກຸ່ມບ້ານ, ນາຍບ້ານບ້ານໃຫຍ່ 6 ບ້ານ, ນາຍບ້ານ 10 ບ້ານເທດສະບານນະຄອນປາກເຊ ເຂົ້າຮ່ວມ.
ທ່ານ ບົວລີ ເພັດສົງຄາມ ຄະນະປະຈໍາພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນປາກເຊ ມີຄໍາເຫັນວ່າ: ການສ້າງຕັ້ງນະຄອນ ແມ່ນຂະບວນການປັບປຸງກົງຈັກ ລວມທັງ ລະບອບແບບແຜນວິທີເຮັດວຽກ, ການພົວພັນປະສານງານ, ການເງີນ, ການແບ່ງຂັ້ນຄຸ້ມຄອງຂອງອົງ ການປົກຄອງທ້ອງຖີ່ນຂັ້ນເມືອງ, ສ້າງການຫັນປ່ຽນໃໝ່ໃນວຽກງານບໍລິຫານລັດ ໄປຕາມທິດສ້າງເມືອງເຂັ້ມແຂງ ຮອບດ້ານ, ດັ່ງທີ່ກໍານົດອອກໃນ ຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບ ເລກທີ 23/ນຍ,ລົງວັນທີ 1 ສິງຫາ 2016 ວ່າດ້ວຍການສ້າງຕັ້ງ ເທດສະບານ ແລະ ນະຄອນ ກໍຄືກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນແຫ່ງ ສປປ ລາວ ພາກ VI ( ມາດຕາ 61-77 ). ນະຄອນປາກເຊ ໄດ້ຮັບການສ້າງຕັ້ງຂື້ນ ຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 128/ນຍ, ລົງວັນ ທີ 11 ເມສາ 2018 ແລະ ໄດ້ຮັບການປະກາດສ້າງຕັ້ງ ຢ່າງເປັນທາງການ ໃນວັນທີ 31 ພຶດສະພາ 2018, ມາ ຮອດມື້ນີ້ໄດ້ 5 ປີ. ສະນັ້ນ, ເພື່ອເປັນການສະເຫຼີມສະຫຼອງ ທັງເປັນການສະຫຼຸບຖອດຖອນບົດຮຽນ ແລະ ຄົ້ນຄວ້າການກຳນົດທັດສະນະ, ທິດທາງ, ຄາດໝາຍ ແລະ ໜ້າທີ່ ໃນການພັດທະນານະຄອນ ໃນໄລຍະໃໝ່ ໃຫ້ມີຄວາມເໝາະສົມ ເພື່ອເປັນພື້ນຖານຂໍ້ສະເໜີ ຕໍ່ອົງການປົກຄອງແຂວງ ແລະ ກະຊວງພາຍໃນ ໃນການປັບປຸງຍົກສູງຄຸນນະພາບ ຂອງການພັດທະນານະຄອນປາກເຊ ໃນຕໍ່ໜ້າ ໃຫ້ທັນສະໄໝ ແລະ ສີວິໄລ.
ໃນກອງປະຊຸມ ໄດ້ລາຍງານກ່ຽວກັບການນຳ – ຊີ້ນຳ, ຈັດຕັ້ງປະຕິບັດການສ້າງນະຄອນປາກເຊ ໃນໄລຍະ 5 ປີ ຜ່ານມາ ຕີດພັນຂໍ້ສະເໜີ ທິດທາງການພັດທະນາໃນຕໍ່ໜ້າ; ການລາຍງານປະກອບຄຳເຫັນ ກ່ຽວກັບການປັບປຸງກົງຈັກ, ການພົວພັນປະສານງານ ແລະ ແບ່ງຂັ້ນຄຸ້ມຄອງ ລະຫວ່າງ ນະຄອນ ກັບ ພະແນກການສາຍຕັ້ງຂັ້ນແຂວງ ແລະ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ການເງິນ – ງົບປະມານ. ພ້ອມນັ້ນ, ກໍ່ໄດ້ຮັບຟັງການນໍາສະເໜີ ທິດທາງການສ້າງນະຄອນປາກເຊ ຕິດພັນກັບການປັບປຸງຜັງເມືອງລວມ ຕາມການສຶກສາອອກແບບ ແຜນຊີ້ນໍາລວມນະຄອນປາກເຊ ປີ 2016 ແລະ ການສະເໜີແຜນຈັດຕັ້ງປະຕິບັດ ຕົວເມືອງສີຂຽວ ຈາກສະຖາບັນການເຕີບໂຕສີຂຽວສາກົນ ເຊິ່ງເປັນທີມງາມສຶກສາຄົ້ນຄວ້າ ແລະ ສ້າງແຜນຈັດຕັ້ງປະຕິບັດຕົວເມືອງສີຂຽວ ຈາກການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງອົງການ KOICA ສ.ເກົາຫຼີ;