ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ

ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ - d4bdbc7b34 - ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ
ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ - kitchen vibe - ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ

ສໍານັກຂ່າວກາງເກົາຫລີ (KCNA) ລາຍງານໃນວັນທີ 30 ພຶດສະພາວ່າ: ສປປ ເກົາຫລີ ຈະປ່ອຍດາວທຽມສອດແນມທາງທະຫານໜ່ວຍທໍາອິດຂຶ້ນສູ່ອະວະກາດໃນເດືອນມິຖຸນາ ເພື່ອຕິດຕາມກິດຈະກໍາທາງທະຫານຂອງອາເມລິກາ.

ໂດຍ KCNA ຍັງໄດ້ລາຍງານຖະແຫລງການຂອງ Ri Pyongchol ຮອງປະທານຄະນະກໍາມາທິການການທະຫານສູນກາງຂອງພັກແຮງງານ ເຊິ່ງເປັນພັກລັດຖະບານ ສປປ ເກົາຫລີ ປະນາມການຝຶກແອບສູ້ຮົບຮ່ວມທາງທະຫານຂອງອາເມລິກາ ແລະ ສ.ເກົາຫລີ ວ່າເປັນການສະແດງອອກຢ່າງເປີດເຜີຍເຖິງການຮຸກຮານ. ພ້ອມຊີ້ວ່າ: ການຝຶກແອບສູ້ຮົບດັ່ງກ່າວສົ່ງຜົນໃຫ້ພຽງຢາງຈໍາເປັນຕ້ອງມີ “ວິທີທີ່ສາມາດຮວບຮວມຂໍ້ມູນກ່ຽວກັບປະຕິບັດການທາງທະຫານຂອງສັດຕູໄດ້ແບບຕະຫລອດ.

ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ

ທັງນີ້, ກອງທັບອາເມລິກາ ແລະ ສ.ເກົາຫລີ ປະຕິບັດການຝຶກແອບສູ້ຮົບຮ່ວມຫລາຍເທື່ອໃນໄລຍະເວລາຫລາຍເດືອນຜ່ານມາ ໂດຍໃນອາທິດຜ່ານມາ ຍັງມີການຝຶກແອບຍິງດ້ວຍລູກປືນແທ້ເພື່ອຈໍາລອງການຮັບມືການໂຈມຕີເຕັມຮູບແບບຈາກ ສປປ ເກົາຫລີ.

ຂະນະທີ່ລັດຖະບານພຽງຢາງເປີດເຜີຍວ່າ: ສໍາເລັດການພັດທະນາດາວທຽມສອດແນມທາງທະຫານໜ່ວຍທໍາອິດແລ້ວ ໂດຍທ່ານ ກິມຈອງອຸນ ຜູ້ນໍາສູງສຸດ ອະນຸມັດການກະກຽມຂັ້ນສຸດທ້າຍສໍາລັບການປ່ອຍດາວທຽມສູ່ອະວະກາດ, ແຕ່ບໍ່ມີການເປີດເຜີຍວັນເວລາທີ່ຈະແຈ້ງ.

ໂດຍກ່ອນໜ້ານີ້ ສປປ ເກົາຫລີ ແຈ້ງຫາຍີ່ປຸ່ນເຖິງແຜນການປ່ອຍດາວທຽມໃນລະຫວ່າງວັນທີ 31 ພຶດສະພາ – 11 ມິຖຸນາ ເຊິ່ງເຮັດໃຫ້ລັດຖະບານໂຕກຽວຕ້ອງປະກາດກຽມພ້ອມເຝົ້າລະວັງ ແລະ ປ້ອງກັນລູກສອນໄຟ ແລະ ຢືນຢັນວ່າຈະຍິງສະກັດລູກສອນໄຟໃດໆກໍຕາມທີ່ຄຸກຄາມດິນແດນຂອງຕົນ.

ໂຄສົກກະຊວງການຕ່າງປະເທດອາເມລິກາ ລະບຸວ່າ: ການປ່ອຍດາວທຽມໃດໆກໍຕາມຂອງ ສປປ ເກົາຫລີ ທີ່ໃຊ້ເຕັກໂນໂລຊີລູກສອນໄຟ ລວມທັງຜ່ານມາເຄີຍມີການສົ່ງດາວທຽມຂຶ້ນສູ່ວົງໂຄຈອນໂລກ ຈະຖືເປັນການລະເມີດມະຕິສະຫະປະຊາຊາດໃນຫລາຍຂໍ້.

ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ - 4 - ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!