ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ

ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ -                             - ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ
ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ - kitchen vibe - ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ

ພາຍຸໄຕ້ຝຸ່ນມາວາທີ່ອ່ອນກໍາລັງລົງກາຍເປັນພາຍຸເຂດຮ້ອນເຄື່ອນທີ່ພັດຖະຫລົ່ມຫລາຍພື້ນທີ່ຂອງຍີ່ປຸ່ນ ເຮັດໃຫ້ທາງການຍີ່ປຸ່ນປະກາດເຕືອນປະຊາຊົນໃຫ້ກຽມພ້ອມອົບພະຍົບຖ້າເກີດສະຖານະການສຸກເສີນ. ເບື້ອງຕົ້ນຍັງບໍ່ພົບລາຍງານຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ.

ສໍານັກງານແກ້ໄຂອັກຄີໄພ ແລະ ໄພພິບັດຂອງຍີ່ປຸ່ນ ປະກາດເຕືອນໄພປະຊາຊົນປະມານ 1,3 ລ້ານຄົນທີ່ອາໄສຢູ່ຕາມເສັ້ນທາງຂອງພາຍຸ ໃຫ້ກຽມພ້ອມຮັບມືຕໍ່ການປ່ຽນແປງຂອງສະພາບອາກາດ ໂດຍສະເພາະພື້ນທີ່ທາງຕາເວັນຕົກຂອງເກາະຮອນຊູເຊັ່ນ: ແຂວງວາຄາຢາມະ.

ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ - Visit Laos Visit SALANA BOUTIQUE HOTEL - ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ

ກະຊວງຄົມມະນາຄົມຍີ່ປຸ່ນເປີດເຜີຍວ່າ: ວັນທີ 2 ມິຖຸນາ ນັບແຕ່ເວລາ 12:00 ໂມງ ຕາມເວລາທ້ອງຖິ່ນ ມີຖ້ຽວບິນກວ່າ 300 ຖ້ຽວບິນຖືກຍົກເລີກ. ຂະນະທີ່ເຮືອເຟີຣີ 52 ລຳ ແລະ ຂະບວນລົດໄຟອີກຫລາຍເສັ້ນທາງໄດ້ປະກາດໂຈະການເປີດໃຫ້ໃຊ້ບໍລິການຊົ່ວຄາວ.

ໂດຍສະພາບອາກາດທີ່ຄ້າຍຄືກັນນີ້ເຄີຍເຮັດໃຫ້ເກີດສະພາບນໍ້າຖ້ວມໃຫຍ່ ແລະ ດິນເຈື່ອນ ໂດຍສະເພາະໃນລະດູຮ້ອນປີ 2018 ເຊິ່ງໄພພິບັດທາງທໍາມະຊາດໃນຄັ້ງນັ້ນໄດ້ຂ້າຊີວິດປະຊາຊົນຢູ່ພາກຕາເວັນຕົກຂອງຍີ່ປຸ່ນຫລາຍກວ່າ 200 ຄົນ.

ອ້າງອີງ:

http://www.reuters.com/…/japan-slammed-by-torrential…/

http://www.japantimes.co.jp/…/heavy-rain-storm-warnings/

http://www.usnews.com/…/japan-braces-for-torrential…

ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ - 4 - ພາຍຸເຂດຮ້ອນມາວາພັດຖະຫລົ່ມຍີ່ປຸ່ນ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!