ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ

ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ - 350976268 941237693773069 5996910369184783430 n - ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ
ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ - kitchen vibe - ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ
ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ໂອ້ລົມຕໍ່ກອງປະຊຸມວຽກງານກວດສອບແຫ່ງລັດ ເມື່ອວັນທີ 2 ມິຖຸນາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ຊຶ່ງມີ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ສົມມາດ ພົນເສນາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງການກວດສອບແຫ່ງລັດຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ ອົງການກວດສອບແຫ່ງລັດ ເອົາໃຈໃສ່ໜ້າວຽກ ຄື:
1. ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນແຕ່ລະຂັ້ນທີ່ຢູ່ໃນຄວາມຮັບຜິດຊອບໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ; ສ້າງການຫັນປ່ຽນຢ່າງເລິກເຊິ່ງຕໍ່ກັບພະນັກງານ ໂດຍການສ້າງແຜນບຳລຸງໃນເງື່ອນໄຂໃໝ່ຕາມທິດຫັນເປັນຄຸນນະພາບ ແລະ ດຳເນີນຂັ້ນຕອນກໍ່ສ້າງນັກກວດສອບແຕ່ລະຂັ້ນ ໃຫ້ໄດ້ຕາມຄາດໝາຍກຳນົດ;
2. ເອົາໃຈໃສ່​ປັບປຸງກຳນົດຕຳແໜ່ງງານ, ປັບປຸງວຽກງານຂອງສະຖາບັນຝຶກອົບຮົມໃຫ້ມີຄຸນນະພາບ, ສ້າງນັກກວດສອບລົງເລິກສະເພາະດ້ານ, ຝຶກທັກສະ ແລະ ບົດຮຽນຕົວຈິງໃນເງື່ອນໄຂປັດຈຸບັນ; ເອົາໃຈໃສ່ຊຸກຍູ້ອົງການກວດສອບປະຈຳພາກ ປະສານສົມທົບກັບສາຍຕັ້ງ, ສາຍຂວາງ ໃນການປະກອບບຸກຄະລາກອນ, ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຊ່ວຍອົງການກວດສອບແຫ່ງລັດ;
3. ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍກວດສອບແຫ່ງລັດ ສະບັບປັບປຸງປີ 2022, ປັບປຸງບົດບັນທຶກການປະສານງານ ກັບພາກສ່ວນກ່ຽວຂ້ອງ, ຄົ້ນຄວ້າບົດ​ແນະນຳ ກ່ຽວ​ກັບ​ການ​ສ້າງ​ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ ຕໍ່​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ປະຈຳ​ແຂວງ-ນະຄອນຫຼວງວຽງຈັນ;
4.ເອົາໃຈໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ ແລະ ຫັນ​ເປັນ​ທັນ​ສະ​ໄໝ ໂດຍສະເພາະການນໍາ​ໃຊ້​ລະບົບ​ຂໍ້​ມູນ-​ຂ່າວສານ ເຊື່ອມ​ຕໍ່​ກັບ​ລະບົບ​ເຄືອ​ຂ່າຍ​ການ​ຄຸ້ມ​ຄອງ​ງົບ​ປະ​​ມານ​ແຫ່ງ​ລັດ ​ຂອງ​ກະຊວງ​ການ​ເງິນ ເຂົ້າໃນການສ້າງແຜນການກວດສອບ ໃຫ້ມີຄວາມຊັດເຈນແຕ່ຫົວທີ, ສ້າງ​ຂີດ​ຄວາມ​ສາມາດ ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ຢູ່​ຂັ້ນສູນກາງ ແລະ ຂັ້ນປະ​ຈໍາ​ພາກ ໃນ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ ແລະ ການ​ກວດ​ສອບ;
5. ດ້ານວຽກ​ງານ​ວິຊາ​ສະເພາະໃຫ້ເອົາໃຈໃສ່ດຳເນີນການ​ເຄື່ອນ​ໄຫວ​ວຽກ​ງານ​ກວດ​ສອບ ປີ 2023 ໃຫ້ສຳເລັດຕາມມະຕິກອງປະຊຸມສະພາແຫ່ງຊາດຮັບຮອງ, ດຳເນີນ​ການ​ອອກ​ບົດ​ແຈ້ງ​ຜົນ​ການ​ກວດ​ສອບ​ໃຫ້​ສໍາເລັດ​ຕາມ​ເປົ້າ​ໝາຍ ທີ່​ໄດ້​ດຳເນີນ​ການ​ກວດ​ສອບກ່ອນການກວດສອບໃນຮອບປີຖັດໄປ ແລະ ຕິດຕາມຊຸກຍູ້ຢ່າງເປັນປົກກະຕິ, ເປັນລາຍໄຕມາດ ການຈັດຕັ້ງປະຕິບັດຂໍ້ແນະນຳຕາມຜົນການກວດສອບ;
6. ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຮອບດ້ານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ຕາມທັດສະນະຂອງພັກທີ່ວ່າ ມີການນຳພາຕ້ອງມີການຕິດຕາມກວດກາ ເປັນຕົ້ນແມ່ນການຕິດຕາມ, ກວດກາການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ, ແຜນພັດທະນາວຽກງານກວດສອບ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະກົດຜົນເປັນຈິງ;
7. ເອົາໃຈໃສ່ການ​ສົ່ງເສີມ​ການ​ຮ່ວມ​ມື ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ ໃນກອບຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ລະດົມ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການກວດສອບແຫ່ງລັດ.
อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ - 348921594 1974918992867830 104683460698833978 n - ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ
ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ - 3 - ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!