ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ

ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ - 351586158 1423389175125915 2446521533515970061 n - ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ
ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ - kitchen vibe - ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ

ວັນທີ 5 ມິຖຸນາ 2023 ນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ຫາລື ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ ຄັ້ງທີ 3 ໂດຍການເປັນປະທານຂອງ ທ່ານ ສີນາວາ ສຸພານຸວົງ  ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮອງລັດຖະມົນຕີ  ກ່າວວ່າ : ບັນດາປະເທດໃນໂລກໄດ້ມີນະໂຍບາຍ ແລະ ທິດທາງການນໍາໃຊ້ພະລັງງານສະອາດເປັນມິດກັບສິ່ງແວດລ້ອມ ໂດຍສະເພາະພະລັງງານໄຮໂດຣເຈນ, ເຊີ່ງທາງດ້ານເຕັກໂນໂລໂຊີແລ້ວໄດ້ມີການພັດທະນາຢ່າງຕໍ່ເນື່ອງມີແນວໂນມເປັນທີ່ຍອມຮັບຂອງຕະຫລາດ ແລະ ລາຄາສາມາດແຂ່ງຂັນໄດ້, ຄວາມຕອ້ງການພະລັງງານດັ່ງກ່າວ ໄດ້ມີທ່າອຽງຫລາຍຂຶ້ນໂດຍສະເພາະ ຢູ່ບັນດາປະເທດເກົາຫລີໃຕ້, ຍີ່ປຸນ ແລະ ສປ ຈີນ.

ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ - Visit Laos Visit SALANA BOUTIQUE HOTEL - ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ

ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ - 351992943 565357592428353 7789810324846578028 n - ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ

ສໍາລັບ ສປປ ລາວ ພວກເຮົາ ລັດຖະບານ ໄດ້ມີຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນ ລັດຖະບານກຳລັງຮ່າງຍຸດທະສາກ່ຽວກັບພະລັງງານໄຮໂດຣເຈນ ແລະ ເອກະສານດ້ານນິຕິກຳທີ່ກ່ຽວຂ້ອງເພື່ອສົ່ງເສີມວຽກງານດັ່ງກ່າວ.

ປັດຈຸບັນ ສປປ ລາວ ເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟ 100%, ໃນປີ 2021 ນໍາເຂົ້ານໍ້າມັນເຊື້ອໄຟປະມານ 1,4 ລ້ານລິດ ແລະ ນໍາເຂົ້າປຸຍເຄມີ ຈາກຕ່າງປະເທດ ໃນປີ 2022 ເພີ່ມຂຶ້ນປະມານ 4 ເທື່ອທຽບໃສ່ປີ 2020 ເນື່ອງຈາກວ່າລາຄາຕົ້ນທຶນປຸຍເຄມີໄດ້ເພີ່ມຂຶ້ນ ຖ້າທຽບໃສ່ປີດຽວກັນ, ພ້ອມດຽວກັນນັ້ນ, ປະເທດຂອງພວກເຮົາ ກໍມີທ່າແຮງໃນການຜະລິດພະລັງງານຫລາຍດ້ານເປັນຕົ້ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ສາມາດນໍາໃຊ້ຫັນປ່ຽນມາເປັນພະລັງງານໄຮໂດຣເຈນ ເພື່ອທົດແທນການນໍາໃຊ້ພະລັງງານຈາກ Fossil Fuel.

ໂຄງການສຶກສານີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ສຳລັບພວກເຮົາໃນການກຳນົດຍຸດທະສາດ ກ່ຽວກັບພະລັງງານດັ່ງກ່າວໃນອານາຄົດໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ແມ່ນລະບົບການເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນຕໍ່າ, ຂະແໜງອຸດສາຫະກຳບໍ່ແຮ່-ອຸດສາຫະກຳໜັກ ແລະ ຂະແໜງກະສິກຳ ເພື່ອປະກອບສ່ວນໃນການຫລຸດຜ່ອນມົນລະພິດ ຕາມນະໂຍບາຍການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງ.

ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ - 4 - ຫາລື ຄັ້ງທີ 3 ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ເພື່ອຫລຸດຜ່ອນມົນລະພິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!