ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ

ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ - 352795942 2190210374516064 8731452642287148112 n - ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ
ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ - kitchen vibe - ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ
ໃນລະຫວ່າງວັນທີ 8-9 ມິຖຸນາ 2023, ສະພາແຫ່ງຊາດ ເປັນເຈົ້າພາບຈັດສຳມະນາຮ່ວມກັບສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັງ (APF) ພາຍໃຕ້ຫົວຂໍ້: “ການຄຸ້ມຄອງແບບດິຈິຕອນ ແລະ ການນຳໃຊ້ອິນເຕີເນັດ: ລະຫວ່າງອະທິປະໄຕຂອງຊາດ ແລະ ໂລກາພິວັດ” ພາຍໃຕ້ການເປັນປະທານຂອງ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ປະທານຄະນະສະມາຊິກລັດຖະສະພາຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງ ສປປ ລາວ, ໂດຍມີສະມາຊິກສະພາແຫ່ງຊາດ ທີ່ໃຊ້ພາສາຝຣັ່ງ ຈາກ ສສ ຫວຽດນາມ, ກຳປູເຈຍ, ລາວ, ເອີຣົບ ແລະ ກອງເລຂາ APF ເຂົ້າຮ່ວມ.
ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຕ່າງປະເທດ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ທີ່ໄດ້ຖືກນຳໃຊ້ເຂົ້າໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ ໃນລະດັບສູນກາງຈົນຮອດທ້ອງຖິ່ນຢ່າງກວ້າງຂວາງ, ຊຶ່ງນັບມື້ ມີບົດບາດ ແລະ ກາຍເປັນເຄື່ອງມືທີ່ສຳຄັນຕໍ່ກັບວຽກງານບໍລິຫານລັດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ, ລວມທັງການເຜີຍແຜ່ຂ່າວ ສານຕໍ່ສາທາລະນະຊົນ, ການພົວພັນລະຫວ່າງຄົນກັບຄົນໃນຊີວິດປະຈຳວັນ ແລະ ການພົວພັນຮ່ວມມືກັບສາກົນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງນະໂຍບາຍຂອງ ສປປ ລາວ ທີ່ໄດ້ຖືເອົາວຽກງານດັ່ງ ກ່າວ ເປັນຂົງເຂດບູລິມະສິດໃນການບໍລິຫານ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການຄົ້ນຄວ້າ ແລະ ການພັດທະນາ. ພ້ອມກັນນັ້ນ, ສະພາແຫ່ງຊາດລາວ ກໍໄດ້ນຳໃຊ້ລະບົບດີຈິຕອນ ເຂົ້າໃນການເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຕ່າງໆ ແລະ ການປະຕິບັດໜ້າທີ່ຂອງຕົນ ໃຫ້ປະຊາຊົນໄດ້ຮັບຊາບທົ່ວສັງຄົມ, ພ້ອມທັງຮັບຟັງ ແລະ ເກັບກຳຄວາມຄິດເຫັນຂອງປະຊາຊົນຕໍ່ບັນຫາຕ່າງໆ ໃນສັງຄົມ.
ພ້ອມນີ້, ຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງການນຳສະເໜີບົດກ່ຽວກັບ ການຄຸ້ມຄອງອິນເຕີເນັດ: ພັນທະສັນຍາ ແລະ ຄວາມອັນຕະລາຍ ຂອງພື້ນທີ່ວ່າງອັນບໍ່ມີຂອບເຂດ; ພາບລວມກ່ຽວກັບການຄຸ້ມຄອງດີຈິຕອນ ແລະ ການນໍາໃຊ້ອິນເຕີເນັດຢູ່ ສປປ ລາວ; ການຈັດຕັ້ງປະຕິບັດອະທິປະໄຕແຫ່ງຊາດ ໃນຍຸກສະໄໝໂລກາພິວັດ; ຄວາມໝາຍ ແລະ ບົດບາດ ຂອງລັດຖະສະພາ ຕໍ່ວຽກງານການຄຸ້ມຄອງວຽກງານດີຈິຕອນ; ບັນດາເຄື່ອງມື, ລະບຽບການ ທີ່ນໍາໃຊ້ໃນລະດັບສາກົນໃນການຄວບຄຸມວຽກງານດີຈິຕອນ ທີ່ສະເໜີໂດຍ ຄະນະຜູ້ແທນສະມັດຊາລັດຖະສະພາທີ່ໃຊ້ພາສາຝຣ່ັງ ແລະ ຜູ້ແທນສະພາແຫ່ງຊາດລາວ. ຈາກນັ້ນ, ຄະນະຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນແລກປ່ຽນສົນທະນາ ແລະ ປຶກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆຢ່າງກົງໄປກົງມາ ແລະ ສ້າງສັນ ໂດຍໄດ້ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ຜົນປະໂຫຍດ ແລະ ສິ່ງທ້າທາຍ ລວມທັງວິທີການຄຸ້ມຄອງລະບົບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
อาจเป็นรูปภาพของ 9 คน และ ข้อความ ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ - 352507202 2190210644516037 4263162273232115326 n - ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ
ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ - 4 - ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ
ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ - 3 - ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ
ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ - 5 - ສະພາແຫ່ງຊາດ ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ