ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່

ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່ -                             - ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່
ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່ - kitchen vibe - ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່

ວັນທີ 13 ມິຖຸນາ 2023, ທີມງານວິຊາການ ຈາກຫ້ອງການສາທາລະນະສຸກເມືອງ ໄດ້ລົງສົມທົບກັບອົງການປົກຄອງບ້ານ ໄດ້ລົງພົ່ນຢາຂ້າຍຸງລາຍໂຕແກ່ ຢູ່ບ້ານເປົ້າໝາຍທີ່ເກີດການແຜ່ລະບາດພະຍາດໄຂ້ຍຸງລາຍ ຢູ່ເມືອງເງິນ ແຂວງໄຊຍະບູລີ.

ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ເມືອງເງິນ ແມ່ນເລີ່ມແຕ່ວັນທີ 21 ພຶດສະພາ 2023 ເປັນຕົ້ນມາ, ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ 32 ກໍລະນີ ຈາກ 4 ບ້ານຄື: ບ້ານຫລວງມີໄຊ, ບ້ານຂອນ, ບ້ານເພຍງາມ ແລະ ບ້ານບີໝີ, ແຕ່ບໍ່ທັນມີກໍລະນີເສຍຊີວິດ. ດັ່ງນັ້ນ ທາງທີມງານວິຊາການ ຕອບໂຕ້ໄວ ຈາກຫ້ອງການສາທາລະນະສຸກເມືອງ ໄດ້ສົມທົບກັບອົງການປົກຄອງບ້ານ ລົງສີດພົ່ນຢາຂ້າຍຸງໂຕແກ່ ໃນ 4 ບ້ານເປົ້າໝາຍທີເກີດການແຜ່ລະບາດພະຍາດໄຂ້ຍຸງລາຍ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 3 ບ້ານ.

ຈາກນັ້ນ ຈະໄດ້ສືບຕໍ່ນໍາພາປະຊາຊົນບ້ານຕ່າງໆພາຍໃນເມືອງ ສ້າງຂະບວນການອອກແຮງງານອະນາໄມລວມບ້ານ ເປັນຕົ້ນແມ່ນ ໄດ້ຖາກຖາງຫຍ້າບ່ອນທີ່ຕຶບໜາ ແລະ ຮົກເຮື້ອ, ຄວໍ້າກະໂປະກະປ່ອງບ່ອນທີ່ມີນໍ້າຂັງ ໃນຂອບເຂດຄວາມຮັບຜິດຊອບຂອງບ້ານ, ຕິດພັນກັບການໂຄສະນາໃຫ້ຄວາມຮູ້ ສຸຂະສຶກສາກ່ຽວກັບການປ້ອງກັນການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍເໜັ້ນໃສ່ການປະຕິບັດຕາມຄໍາຂວັນ 5ປ ຢ່າງເປັນປົກກະຕິ ແລະ ນຳພາພົ່ນຢາຂ້າຍຸງລາຍໂຕແກ່ ໃຫ້ບັນດາບ້ານຕ່າງໆພາຍໃນເມືອງ ເພື່ອບໍ່ໃຫ້ມີການຕິດເຊື້ອເພີ່ມຂື້ນ ແລະ ຫລຸດຜ່ອນ ການລະບາດພະຍາດໄຂ້ຍຸງລາຍຢູ່ພາຍໃນເມືອງໃຫ້ໝົດໄປໂດຍໄວ.

 

ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່ - 3 - ເມືອງເງິນ ສຸມໃສ່ຕອບໂຕ້ໄວຄວບຄຸມການແຜ່ລະບາດ ພະຍາດໄຂ້ຍຸງລາຍ ໂດຍການພົ່ນຢາຂ້າຍຸງລາຍໂຕແກ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!