ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ

ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ - 354027856 776380870842038 4492485361383772990 n - ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ
ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ - kitchen vibe - ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ

ວັນທີ 14 ມິຖຸນາ 2023 ນີີ້, ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ໂດຍມີຄະນະນໍາບັນດາກະຊວງ, ພະນັກງານ-ລັດຖະກອນ, ພະນັກງານ-ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນທົ່ວໄປໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍ ເຫລືອສັງຄົມ ກໍຄື ຜູ້ປ່ວຍທີ່ມີຄວາມຕ້ອງການເລືອດ ເປັນຕົ້ນ ແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ມາຣາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ລວມເຖິງການຜ່າ ຕັດຊະນິດຕ່າງໆ, ຄາດວ່າ ການຮັບບໍລິຈາກເລືອດໃນຄັ້ງນີ້, ຈະໄດ້ຮັບເລືອດຫລາຍກວ່າ 500 ຖົງ.

ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ໄດ້ກ່າວວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ເຊິ່ງຢູ່ປະເທດຕ່າງໆໃນທົ່ວໂລກ ກໍໄດ້ພ້ອມກັນຈັດຕັ້ງສະເຫລີມສະຫລອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ, ເຊິ່ງເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ.

ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ - Visit Laos Visit SALANA BOUTIQUE HOTEL - ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ

ໃນແຕ່ລະປີ ອົງການອານາໄມໂລກ, ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ ພ້ອມດ້ວຍໜ່ວຍງານສາກົນທີ່ກ່ຽວຂ້ອງອື່ນໆ ໄດ້ມີການກໍານົດຄໍາຂວັນເພື່ອສະເຫລີມສະຫລອງວັນດັ່ງກ່າວ, ທີ່ແຕກຕ່າງກັນ ແນໃສ່ປຸກລະດົມການບໍລິຈາກເລືອດແບບສະຫໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຮັບປະກັນ ການຕອບສະໜອງເລືອດທີ່ພຽງພໍ ແລະ ປອດໄພ ໃນທົ່ວໂລກ. ສຳລັບຄໍາຂວັນປີ 2023 ນີ້ແມ່ນ “ໃຫ້ເລືອດ, ໃຫ້ປະລັດສະມາ, ໃຫ້ຊີວີດ, ສືບຕໍ່ໃຫ້ເລື້ອຍໆ” ເຊິ່ງແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກ ໃນປີ 2023   ແມ່ນການປຸກລະດົມໃຫ້ມີການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ, ທັງເປັນການປູກຈິດສຳນຶກໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າປະກອບໃນການບໍລິຈາກເລືອດຫລາຍຂຶ້ນ ເພື່ອຫລຸດຜ່ອນອັດຕາການຕາຍ ທີ່ເກີດຈາກການຂາດເລືອດ.

ການສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ໃນຄັ້ງນີ້, ເພື່ອສ້າງຄວາມເປັນນໍ້າໜຶ່ງໃຈດຽວກັນໃນການບໍລິຈາກເລືອດ, ສ້າງຄຸນຄ່າຂອງການບໍລິຈາກເລືອດ ແລະ ໃຫ້ເລືອດດ້ວຍຄວາມບໍລິສຸດໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ທັງເປັນການປຸກລະດົມໃຫ້ປະຊາຊົນຫັນມາສົນໃຈຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ນັບມື້ຫລາຍຂຶ້ນເລື້ອຍໆ, ເພື່ອເປັນການປຸກລະດົມ ເຊີນຊວນໃຫ້ຜູ້ທີ່ບໍ່ເຄີຍບໍລິຈາກເລືອດ ແລະ ຜູ້ທີ່ເຄີຍບໍລິຈາກເລືອດມາແລ້ວ ຈົ່ງກັບຄືນມາບໍລິຈາກເລືອດຢ່າງສະໝໍ່າສະເໝີຕະຫລອດປີ ເພື່ອໃຫ້ມີເລືອດ ແລະ ສ່ວນປະກອບຂອງເລືອດ  ລວມທັງສ່ວນປະກອບຂອງເລືອດທີ່ເປັນ ປະລັດສະມາ(ສານອາຫານ ແລະ ສານກັນກ້າມ) ໃຫ້ມີແຮໄວ້ຢ່າງພຽງພໍ ແລະ ເພື່ອເປັນການຂັບເຄື່ອນການສະໜັບສະໜູນໃນແຕ່ລະປະເທດ, ພູມີພາກ ແລະ ທົ່ວໂລກ ໂດຍສະເພາະ ສປປ ລາວ ໃຫ້ເກີດການພັດທະນາ ດ້ານການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢ່າງເຂັ້ມແຂງ ແລະ ຍືນຍົງ.

 

ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ - 5 - ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!