ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ເຈົ້າໜ້າທີ່ ໃນການສະກັດກັ້ນ ຕ້ານການລັກລອບ ທຳລາຍຊັບພະຍາກອນປ່າໄມ້


ວັນທີ 13 ມິຖຸນາ 2023 ຜ່ານມາ, ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ ອະນຸລັກສັດປ່າ ປະຈຳລາວ ຈັດຝຶກອົບຮົມກ່ຽວກັບເຕັກນິກ ການເກັບກຳຂໍ້ມູນ ການລັກລອບ ຄ້າ-ຂາຍ ສັດປ່າ ທາງອອນລາຍ ໃຫ້ແກ່ ກອງກວດກາປ່າໄມ້ ແລະ ຕຳຫຼວດສິ່ງແວດລ້ອມ 5 ແຂວງພາກເໜືອ, ໂດຍການເປັນປະທານຂອງ ທ່ານ ຄໍາຜຸຍ ເທບວົງສາ ຮອງຫົວໜ້າ ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ບຸນເກີດ ສະໜອງໄຊ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ, ພ້ອມດ້ວຍ ອົງການໄອຍະການ, ສານປະຊາຊົນ ຈາກ 5 ແຂວງພາກເໜືອ ຄື: ຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມ.


ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ ໃນການສະກັດກັ້ນ ແລະ ຕ້ານການລັກລອບ, ທຳລາຍຊັບພະຍາກອນປ່າໄມ້, ເວົ້າສະເພາະ ແມ່ນເພື່ອຮຽນຮູ້ ກ່ຽວກັບເຕັກນິກເກັບກຳຂໍ້ມູນ ການລັກລອບຄ້າຂາຍສັດປ່າ ທາງອອນລາຍ ທີ່ເປັນບັນຫາສຳຄັນໃນໄລຍະປັດຈຸບັນ, ຊຶ່ງເຈົ້າໜ້າທີ່ປ່າໄມ້ ຈະຕ້ອງໄດ້ພ້ອມກັນ ສຸມໃສ່ຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດຂຶ້ນ.
ທ່ານ ຄໍາຜຸຍ ເທບວົງສາ ຮອງຫົວໜ້າ ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນ ແລະ ຕ້ານການລັກລອບ, ທຳລາຍຊັບພະຍາກອນປ່າໄມ້ ຂອງເຈົ້າໜ້າທີ່ ແມ່ນປະສົບກັບຄວາມຫຍຸ້ງຍາກ, ບັນຫາ ແລະ ສິ່ງທ້າທາຍຫຼາຍດ້ານ ປະກອບກັບສະພາບການລັກລອບ ມີການປ່ຽນແປງ, ມີຄວາມສະຫຼັບສັບຊ້ອນ ແລະ ຍາກທີ່ຈະສືບຫາຜູ້ກະທຳຜິດມາລົງໂທດຕາມກົດໝາຍ, ເຖິງແມ່ນວ່າ ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານ, ດ້ວຍກົນໄກການປະສານງານ ພາຍໃຕ້ເຄືອຂ່າຍບັງຄັບໃຊ້ກົດໝາຍ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງໃກ້ສິດຕິດແທດກໍ່ຕາມ ແຕ່ການລັກລອບຄ້າຂາຍສັດປ່າ ທີ່ຜິດກົດໝາຍ ໂດຍຜ່ານຊ່ອງທາງສື່ສັງຄົມອອນລາຍ ເຊັ່ນ: ເຟສບຸກ, ວີແຊັດ, ຕິກຕັອກ ແລະ ອື່ນໆ…. ແມ່ນຍັງພົບເຫັນມີຢູ່ເປັນຈຳນວນຫຼາຍ. ສະນັ້ນ, ຈາກບັນຫາດັ່ງກ່າວ ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນ ມີຄວາມຈຳເປັນຕ້ອງໄດ້ຖອດຖອນ ແລະ ຮຽນຮູ້ ເຕັກນິກ, ວິຊາການອັນໃໝ່ ກໍຄືການຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນ ສະພາບການລັກລອບຄ້າຂາຍ ສັດປ່າ ທີ່ຜິດກົດໝາຍ ທາງອອນລາຍ ເພື່ອໃຫ້ພາກສ່ວນກ່ຽວຂ້ອງມີຄວາມຮູ້, ຄວາມຊຳນານ ໃນການປະຕິບັດວຽກງານໃຫ້ມີປະສິດທິພາບ-ປະສິດທິຜົນ ນຳໃຊ້ເຕັກນິກເກັບກຳຂໍ້ມູນ ເຂົ້າໃນການສືບຄົ້ນ, ສືບຫາ ຈົນກ້າວໄປສູ່ການຈັບກຸມ, ທັບມ້າງ ແລະ ດຳເນີນຄະດີ ຕາມຂະບວນການຍຸຕິທຳໄດ້.