ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ

ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ - Capture 3 - ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ
ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ - kitchen vibe - ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ

ໂທລະພາບ ປກສ ແຂວງຫລວງນ້ຳທາ ລາຍງານໃນວັນທີ 19 ມິຖຸນາ 2023 ຜ່ານມາວ່າ: ທ່ານ ພັຕ ອຸດົມພອນ ໄຊຍະຈັກ ຮອງຫົວໜ້າພະແນກ ປກສ ເມືອງຫລວງນ້ຳທາ ລາຍງານວ່າ ນັບແຕ່ເດືອນກຸມພາ ເປັນຕົ້ນມາ ປກສ ເມືອງ ແລະ ປກສ ກຸ່ມບ້ານ ໄດ້ຮັບການແຈ້ງຄວາມຄະດີລັກຊັບພົນລະເມືອງ ປະເພດລົດຈັກ ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະລົງຕິດຕາມກວດກາຊອກຫາເປົ້າໝາຍ.

ມາຮອດວັນທີ 20 ພຶດສະພາ 2023 ສາມາດກັກຕົວເປົ້າໝາຍໄດ້ 2 ຄົນ ຊື່ທ້າວ ເລັ່ງສັກ ອາຍຸ 24 ປີ ແລະ ທ້າວສົມສັກ ອາຍຸ 18 ປີ ມາດຳເນີນຄະດີຕາມຂັ້ນຕອນ, ຕາມການສືບສວນຂອງເຈົ້າໜ້າທີ່ພວກກ່ຽວຍອມຮັບສາລະພາບວ່າ: ໄລຍະຜ່ານມາໄດ້ເຄື່ອນໄຫວລັກຊັບ ພົນລະເມືອງມາແລ້ວ 11 ຄັ້ງ, ໃນນັ້ນໄດ້ລົດຈັກ 13 ຄັນ, ແຕ່ລະຄັ້ງພວກກ່ຽວໄດ້ຊ້ອນລົດໄປຕາມເສັ້ນທາງ ຫາກເຫັນລົດຈອດຢູ່ຕາມແຄມທາງພວກກ່ຽວກໍໄດ້ລົງມືກໍ່ເຫດ, ເຊິ່ງຜ່ານມາໄດ້ເຄື່ອນໄຫວລັກລົດຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດບ້ານຫ້ວຍດຳ ເມືອງ ແລະ ແຂວງຫລວງນ້ຳທາ ພາຍຫລັງໄດ້ລົດມາແລ້ວພວກກ່ຽວໄດ້ພາກັນດັດແປງລົດໂດຍສັບປ່ຽນເລກຈັກ ເລກຖັງ ແລ້ວນຳມາຂາຍຕໍ່.

ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ
ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ - 4 - ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!