ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ

ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ - 54988 - ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ
ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ - kitchen vibe - ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ

ວັນທີ 19 ມິຖຸນາ 2023 ນີ້, ໄດ້ມີພິທີມອບ-ຮັບສາງເຄື່ອງບັນເທົາທຸກອົງການກາແດງແຫ່ງຊາດລາວ ຢູ່ຫລັກ 16 ເມືອງ ໄຊທານີ ນະຄອນຫລວງວຽງຈັນ, ມອບໂດຍທ່ານ ເຕດ ບຸນນາກ ເລຂາທິການໃຫຍ່ ສະພາກາຊາດໄທ ແລະ ຮັບໂດຍແມ່ນທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ.

ສາງເກັບມ້ຽນເຄື່ອງດັ່ງກ່າວ ໄດ້ລົງມືກໍ່ສ້າງແຕ່ວັນທີ 13 ກັນຍາ 2022 ເປັນຕົ້ນ ແລະ ໄດ້ສຳເລັດໃນເດືອນພຶດສະພາ 2023 ໃຊ້ເວລາກໍ່ສ້າງຈັກ 9 ເດືອນ ໂຄງສ້າງປະກອບມີ ຂະໜາດກວ້າງ 10 ​ແມັດ, ຍາວ 30 ​ແມັດ, ລວງສູງ 5,85 ແມັດ, ເປັນ​ໂຄງ​ເຫລັກ​, ຝາ​ກໍ່​ດ້ວຍ​ດີນ​ຈີ່ ຟື້ນ​ເທ​ດ້ວຍ​ເປ​ຕົງເສີມ​ເຫລັກ ພາຍໃນອາຄານສາງປະກອບມີ ຫ້ອງສາງມ້ຽນເຄື່ອງ, ຫ້ອງການບັນຊີ, ຫ້ອງນໍ້າ 2 ຫ້ອງ ແລະ ທາງນອກຍັງປະກອບມີທາງຍ່າງອອ້ມອາຄານ, ຂັ້ນໄດ, ທັງລົດຂຶ້ນ=165m2 ລວມທັງໝົດ 465m2, ຮາກຖານ, ຄານດິນ ແລະ ພື້ນເປັນໂຄງສ້າງເບຕົງເສີມເຫລັກ, ເສົາດ້ວຍເຫລັກ H-BEAM ແລະ ໂຄງຫລັງຄາດ້ວຍເຫລັກກ່ອງ, ກໍ່ດ້ວຍດິນຈີ່ທັນສະໄໝ 6 ຮູ, ມຸງດ້ວຍແຜ່ນ ຊິ້ງ VXP. ນອກນັ້ນຍັງໄດ້ບຸກເບີກຖົມດິນ, ກໍ່ສ້າງຮົ້ວອ້ອມໂຄງການ,ອາຄານຈອດລົດ. ລວມມູນຄ່າທັງໝົດ 8.346.867 ບາດ ຫລື ປະມານ 4 ຕື້ກວ່າກີບ, ໂດຍ​ການ​ສະ​ໜັບ​ສະ​ໜູນ​ສະ​ພາ​ກາ​ຊາດ​ໄທ.

ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ - Visit Laos Visit SALANA BOUTIQUE HOTEL - ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ

ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ -                 1024x703 - ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ

ໂອກາດນີ້, ທ່ານ ປະທານອົງການກາແດງແຫ່ງຊາດລາວ ກ່າວວ່າ: ສາງ​ດັ່ງ​ກ່​າວ​ຈະ​ຊ່ວຍ​ໃຫ້​ການ​ເກັບ​ມ້ຽນ​ເຄື່ອງ​ບັນ​ເທົາ​ທຸກ​ອົງ​ການ​ກາ​ແດງ​ລາວ ມີ​ຄວາມ​ສະ​ດວກ​ສະ​ບາຍ, ​ຮັບ​ປະ​ກັນການ​ຮັກສາເຄື່ອງໃຫ້ມີຄຸນນະພາບ ແລະ ທັງເປັນ​ການ​ກະ​ກຽມ​ເຄື່ອງ​ແຮ​ໄວ້​ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ໃນ​ເວ​ລາ​ເກີດ​ໄພ​ພິ​ບັດ​ໃຫ້​ທັນ​ກັບ​ຄວາມ​ຕ້ອງ​ການ. ພ້ອມນີ້ ກໍເປັນການເສີມສ້າງສາຍພົວພັນຮ່ວມມື ຮັດແໜ້ນຄວາມສາມັກຄີ ລະຫວ່າງບ້ານໃກ້ເຮືອນຄຽງ ກໍຄືສອງປະເທດ ພິເສດກໍ ແມ່ນສອງອົງການ ທາງດ້ານມິນຸດສະທຳ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ສະພາກາຊາດໄທ ທີ່ເຫັນຄວາມສຳຄັນຕໍ່ການຊ່ວຍເຫລືອບັນເທົາທຸກໃຫ້ ສປປ ລາວ ໃນການເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ.

 

ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ - 3 - ສະພາກາຊາດໄທ ຊ່ວຍສ້າງສາງເຄື່ອງບັນເທົາທຸກໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າຫລາຍກວ່າ 4 ຕື້ກີບ ທັງເສີມຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!