ແລກປ່ຽນບົດຮຽນການຮ່ວມມືລະຫວ່າງປະເທດ ທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ


ໃນລະຫວ່າງ ວັນທີ 19-20 ມິຖຸນາ 2023, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ເພື່ອປຶກສາຫາລື ແລະ ແລກ ປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຮ່ວມມືລະຫວ່າງປະເທດ ທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ກອງປະຊຸມ, ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ ຂອງພາກພື້ນ ແລະ ສາກົນ ເປັນຕົ້ນ ປະເທດຍີ່ປຸ່ນ, ສ ເກົາຫລີ, ໂມໂນວາ; ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮ່ວມມື ລະຫວ່າງປະເທດທາງອາຍາ ແລະ ວຽກງານການສົ່ງຜູ້ຮ້າຍຂ້າມແດນ ຂອງອົງການໄອຍະການປະຊາຊົນສູງສຸດ ໃນຖານະເປັນອົງການໃຈກາງ ປະສານງານວຽກງານຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນກັບກະຊວງການຕ່າງປະເທດ, ກະຊວງ ປກສ, ກະຊວງຍຸຕິທໍາ ແລະ ສານປະຊາຊົນ ກ່ຽວກັບການປະສານງານ, ການແປພາສາ, ການປະກອບເອກະສານ ຄໍາຮ້ອງຂໍ, ຊ່ອງທາງປະສານງານ, ການໃຫ້ຄໍາເຫັນກ່ຽວກັບນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ ໃນບັນຫາດັ່ງກ່າວ ເພື່ອເປັນພື້ນຖານໃຫ້ແກ່ການຄົ້ນຄ້ວາ ພິຈາລະນາ ຄໍາຮ້ອງຂໍຂອງຕ່າງປະເທດ ຕາມສົນທິສົນຍາ ແລະ ກົດໝາຍຢ່າງ ຖືກຕ້ອງ.
ໂອກາດນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໃນການປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ເປັນເສນາທິການ ໃຫ້ການຈັດຕັ້ງຂອງຕົນກ່ຽວກັບວຽກງານຮ່ວມມືລະຫວ່າງປະເທດ ທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ, ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ປະເທດເຮົາມີສົນທິ ສັນຍາໃນຂົງເຂດດັ່ງກ່າວ, ກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ບໍາລຸງກໍ່ສ້າງພະນັກງານ, ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້, ຍົກສູງກົນໄກປະສານງານ ລະຫວ່າງ ກະຊວງ, ຂະແໜງການໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນລະຫວ່າງ ອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ, ສານປະຊາຊົນ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ ໃຫ້ມີຄວາມແໜ້ນແຟ້ນ, ໂລ່ງລ່ຽນ ແລະ ທັນການ, ສ້າງປຶ້ມຄູ່ມື, ຖານຂໍ້ມູນກ່ຽວກັບການຮ່ວມມືລະ ຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ ຕາມທິດກ້າວໜ້າ ແລະ ທັນສະໄໝ ເທື່ອລະກ້າວ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ.