ຢາສເປີ ຟີລິບເຊັນ ຄວ້າແຊ້ມ ລົດຖີບທາງໄກ ຕູເດີຟຣອງ 2023 ສອງສະໜາມຕິດຕໍ່ກັນ!
July 5, 2023 - 2:30 PM


ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 4 ເສັ້ນທາງຈາກເມືອງ ແດັກຊ໌ຫາເມືອງ ນາກາໂຣ້ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 182 ກິໂລແມັດ.
ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ ຢາສເປີ ຟີລິບເຊັນ ນັກກິລາຊາວເບວຢ້ຽມ (ແບນຊິກ) ໄວ 25 ປີ ຈາກທີມ ອາວເປຊິນ ເດຊູນິກ ເວລາ 4 ຊົ່ວໂມງ 25 ນາທີ 28 ວິນາທີ ເອົາຊະນະ
ຄາເລັບ ອີແວນ ຊາວອົດສະຕຣາລີ ຈາກທີມ ລັອດໂຕ້ ດິສນີ້ ພຽງສ້ຽວວິນາທີ.

ຂະນະທີ່
ອາດຳ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ ຢູເອອີ ທີມເອມີເຣດ ຍັງຄອງເສື້ອເຫລືອງ ຜູ້ນຳເວລາລວມຜ່ານໄປ 4 ສະໜາມ ເວລາລວມ 18 ຊົ່ວໂມງ 18 ນາທີ 1 ວິນາທີ, ນຳອັນດັບສອງ 6 ວິນາທີ. ສ່ວນ
ໂຢນັສ ວິນເກກ໊າດ ແຊ້ມເກົ່າຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ ຢູ່ອັນດັບທີ 6 ຕາມຫລັງຜູ້ນຳ 17 ວິນາທີ.


ສະໜາມຕໍ່ໄປ ສະໜາມທີ 5 ຈະແຂ່ງຂັນໃນວັນທີ 5 ກໍລະກົດນີ້ ເສັ້ນທາງຈາກເມືອງ ພໍລ ຫາເມືອງ ລາລອນ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 163 ກິໂລແມັດ.



