ສື່ອີຕາລີລາຍງານວ່າ ຢູເວນຕູສ ພ້ອມປ່ອຍ ພອລ ປັອກບາ ໃນລາຄາຖືກສຸດຖືກ ເຖິງຈະເຫລືອສັນຍາກັບທີມອີກ 3 ປີກໍ່ຕາມ
July 12, 2023 - 2:00 PM

ຢູເວນຕູສ ສະໂມສອນຍັກໃຫຍ່ຂອງ ການໂຊ ຊີເຣຍອາ ພ້ອມທີ່ຈະພິຈາລະນາຂາຍ ພອລ ປັອກບາ ກອງກາງຊາວຝຣັ່ງ ໃນຊ່ວງຊຳເມີ້ນີ້ໃນລາຄາ 10 ລ້ານເອີໂຣ ຕາມການລາຍງານຈາກ ລາ ຄາເຊດຕາ ເດວໂລ ສະປອດ ສື່ກິລາຊັ້ນນຳແຫ່ງປະເທດມາກາໂລນີ. ໃນວັນອັງຄານທີ 11 ກໍລະກົດນີ້.
ປັອກບາ ຍ້າຍຈາກ ແມນເຊັສເຕີ ຢູໄນເຕັດ ກັບຄືນຮ່ວມທີມມ້າລາຍ ໃນລະດູຮ້ອນປີທີ່ຜ່ານມາ. ແຕ່ວ່າມີບັນຫາຂອງການບາດເຈັບ ເຮັດໃຫ້ລາວບໍ່ຄ່ອຍໄດ້ສະແດງຜົນງານໃນລະດູການ 2022-23 ທີ່ຜ່ານມາ, ລົງຫລິ້ນພຽງແຕ່ 6 ເກມເທົ່ານັ້ນ.
ຫລ້າສຸດ ລາ ຄາເຊດຕາ ເດວໂລ ສະປອດ ລະບຸວ່າ ຢູເວນຕຸສ ຕ້ອງການພຽງແຕ່ 10 ລ້ານເອີໂຣເທົ່ານັ້ນ ເພື່ອແລກກັບການປ່ອຍຕົວ. ດາວເຕະໄວ 30 ປີຍ້າຍອອກຈາກຖິ່ນຢູເວນຕູສ, ໂດຍມີລາຍງານວ່າ ໃນປັດຈຸບັນລາວກໍາລັງຖືກດຶງດູດຄວາມສົນໃຈຈາກສະໂມສອນ ອັລ ອາລີ ຂອງລີກ ຊາອຸດີ ອາຣາເບຍ.