ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ

ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ -                                         - ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ
ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ - kitchen vibe - ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ

ວັນທີ 24 ກໍລະກົດ 2023,  ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມພະນັກງານນຳພາ, ພະນັກງານຫລັກແຫລ່ງຂອງແຂວງສາລະວັນ ໃຫ້ເອົາໃຈໃສ່ວຽກງານຫລາຍດ້ານ ທີ່ຈະຕ້ອງຍົກສູງຄວາມສາມາດນໍາພາ, ເປັນແບບຢ່າງນຳໜ້າແກ້ໄຂບັນຫາຕົວຈິງ ໃນສະພາບຄວາມຫຍຸ້ງຍາກຕ່າງໆ, ເດັດດ່ຽວຜ່ານຜ່າອຸປະສັກ, ສ້າງພື້ນຖານທີ່ດີໃຫ້ແກ່ການສ້າງສາພັດທະນາປະເທດຊາດ ກໍຄືແຂວງສາລະວັນ ໂດຍເນັ້ນສະເພາະເພີ່ມທະວີ 10 ວຽກໃຫຍ່ທີ່ສໍາຄັນ ຄື:

ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ - 63300 - ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ

ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ
  1. ຖືເອົາວຽກງານການເມືອງ-ແນວຄິດ ເປັນກົກ ເໝືອນດັ່ງສະໜາມຮົບໜຶ່ງທີ່ສໍາຄັນ ເລີ່ມຈາກຫັນປ່ຽນດ້ານທັດສະນະ ແລະ ແນວຄິດ, ຈິນຕະນາການ ອັນຖືກ-ອັນຜິດ, ຫັນວິທີຄິດອັນເກົ່າໄປສູ່ການຄົ້ນຄິດ, ການປະດິດສ້າງສິ່ງໃໝ່ໆ, ແຂ່ງຂັນກັນພັດທະນາ ໃຫ້ເປັນການກະທຳຕົວຈິງ ຕິດພັນກັບການເຜີຍແຜ່, ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃຫ້ເຂົ້າສູ່ລວງເລິກ, ເຖີງພະນັກງານຫລັກແຫລ່ງຂອງແຂວງ.
  2. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຮອບດ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ສ້າງບ້ານໃຫ້ມີຄວາມສະຫງົບທາງດ້ານການເມືອງ, ເປັນລະບຽບຮຽບຮ້ອຍ, ການສ້າງທ່າສະໜາມສາມຂັ້ນ, ການປັບປຸງກໍາລັງກອງຫລອນ, ປກສ ຢູ່ແຕ່ລະບ້ານໃຫ້ເຂັ້ມແຂງ.
  3. ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ, ຖືເອົາ 6 ເປົ້າໝາຍໃຫຍ່ທີ່ກຳນົດໄວ້ ໃນທ້າຍສະໄໝ, ພ້ອມທັງຖອດຖອນບົດຮຽນ 2 ປີຜ່ານມາ, ຄົ້ນຄິດໃຫ້ເລິກເຊີ່ງອັນໃດຄວນສົ່ງເສີມ ແລະ ສິ່ງໃດຄວນປັບປຸງແກ້ໄຂ ແລະ ຊອກຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ແລະ ຄຸ້ມຄອງໃຫ້ໄປຕາມກົດໝາຍ ແລະ ລະບຽບການ.
  4. ຜັນຂະຫຍາຍຜົນສໍາເລັດວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງ.
  5. ເພີ່ມທະວີປັບປຸງລະບົບການເມືອງ ນັບແຕ່ຂັ້ນຮາກຖານໃຫ້ໜັກແໜ້ນ ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ຍົກສູງຈິດໃຈບໍລິການຮັບໃຊ້ປະຊາຊົນຕາມມູນເຊື້ອຂອງພັກ.
  6. ສຸມໃສ່ພັດທະນາດ້ານວັດທະນະທໍາ-ສັງຄົມ, ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ.
  7. ເພີ່ມທະວີການນໍາພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ.
  8. ​ສືບຕໍ່​ເອົາໃຈໃສ່ຢ່າງເຂັ້ມ​ງວດຕໍ່ກັບລະ​ບອບ​ແບບ​ແຜນ,​ ວິ​ທີ​ນຳ​ພາຂອງ​ພັກໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ເພີ່ມທະວີຍົກສູງຄວາມເປັນແບບຢ່າງຕໍ່ຄວາມຮັບຜິດຊອບໜ້າທີ່ການເມືອງສໍາຄັນຂອງຊາດ.
  9. ເພີ່ມທະວີວຽກງານກວດກາພັກ-ລັດ ແລະ ການກວດສອບຕ່າງໆ ຢ່າງເຂັ້ມງວດ ແລະ
  10. ຍົກສູງວຽກງານປັບປຸງອົງການຈັດຕັ້ງມະຫາຊົນຂອງພັກໃຫ້ເຂັ້ມແຂງ, ສ້າງເງື່ອນໄຂໃຫ້ເຄື່ອນໄຫວຖືກຕາມພາລະບົດບາດຂອງຕົນ.
ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ - 4 - ຮອງປະທານປະເທດ ເນັ້ນໃຫ້ການນໍາຫລັກແຫລ່ງ ແຂວງສາລະວັນ ເພີ່ມທະວີ 10 ວຽກງານສຳຄັນ ເພື່ອສ້າງສາພັດທະນາປະເທດຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!