ບໍ່ແກ້ວ-ຊຽງຣາຍ ດຳເນີນກອງປະຊຸມແລກປ່ຽນສະພາບ ແລະ ແກ້ໄຂບັນຫາຢາເສບຕິດ, ຕາມຊາຍແດນ ລາວ-ໄທ


ວັນທີ 20 ກໍລະກົດ 2023, ແຂວງບໍ່ແກ້ວ ກັບ ຈັງຫວັດ ຊຽງຣາຍ ໄດ້ຈັດກອງປະຊຸມແລກປ່ຽນສະພາບ ແລະ ແກ້ໄຂບັນຫາຢາເສບຕິດ, ຕາມຊາຍແດນ ລາວ-ໄທ, ໄທ-ລາວຂຶ້ນ ທີ່ອຳເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ, ເພື່ອປຶກສາຫາລືການແກ້ໄຂບັນຫາຢາເສບຕິດ, ແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ຮ່ວມກັນ ລະຫວ່າງແຂວງບໍ່ແກ້ວ ກັບ ຈັງຫວັດ ຊຽງຣາຍ ຣາຊາອານາຈັກໄທ, ຊຶ່ງໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ປຶກສາຫາລື ແລະ ເປັນເອກະພາບກັນທາງດ້ານເນື້ອໃນວຽກງານຫລາຍຢ່າງ, ຊຶ່ງເປັນການປະກອບທີ່ສຳຄັນເຂົ້າໃນການແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ ຕາມຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມຄືບໜ້າດີຂຶ້ນ, ກ້າວໄປສູ່ການຮ່ວມມືໃນ ການແກ້ໄຂບັນຫາຕາມຊາຍແດນລາວ-ໄທ ໃຫ້ມີປະສິດທິພາບ.
ຜ່ານມາສອງຝ່າຍໄດ້ຕັ້ງໜ້າເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືເປັນປະຈຳ ແລະ ໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸມຜູ້ກະທຳຜິດຄ້າຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ.
ກອງປະຊຸມຄັ້ງນີ້,ຝ່າຍລາວ ມີ ທ່ານ ພັນເອກ ທອງໄຂ ສີຍາລາດ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ຝ່າຍໄທນຳໂດຍທ່ານ ພົນຕີ ສຸພາເລິກ ສະຖາພອນຜົນ ຜູ້ບັນຊາການກອງກຳລັງຜາເມືອງ ຫົວໜ້າຄະນະຊຸດປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ.

