ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ

ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ - kitchen vibe - ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ

ຈຳນວນຜູ້ເສຍຊີວິດຈາກໄຟໄໝ້ປ່າໃນເກາະເມົາວີຂອງລັດຮາວາຍສູງເຖິງ 89 ຄົນແລ້ວໃນວັນທີ 12 ສິງຫາຜ່ານມາ. ຖືເປັນເຫດການໄຟໄໝ້ປ່າທີ່ຂ້າຊີວິດປະຊາຊົນຫລາຍທີ່ສຸດໃນຮອບກວ່າທົດສະວັດຂອງອາເມລິກາ. ຂະນະທີ່ຈຳນວນຜູ້ເສຍຊີວິດຍັງມີໂອກາດເພີ່ມສູງຂຶ້ນໄດ້ອີກ ທ່າມກາງໄລຍະເວລາເຈົ້າໜ້າທີ່ ແລະ ໝາກູ້ໄພເຂົ້າກວດສອບຊາກຫັກພັງຂອງອາຄານທີ່ຖືກເຜົາຢູ່ເມືອງລາໄຮນາ.

ຫລັງຈາກເຫດການໄຟໄໝ້ປ່າເກີດຂຶ້ນໃນວັນທີ 8 ສິງຫາຜ່ານມາຈົນຮອດປັດຈຸບັນ ທາງການເລີ່ມປະເມີນຂອບເຂດຄວາມເສຍຫາຍໄດ້ຈະແຈ້ງຂຶ້ນ ໂດຍເບື້ອງຕົ້ນຄາດວ່າຄ່າໃຊ້ຈ່າຍໃນການຟື້ນຟູເມືອງລາໄຮນາມີທ່າອ່ຽງສູງເຖິງ 5,5 ພັນລ້ານໂດລາ. ຂະນະທີ່ອາຄານ 2.200 ກວ່າຫລັງໄດ້ຮັບຄວາມເສຍຫາຍ ຫລື ຖືກທຳລາຍ ແລະ ເນື້ອທີ່ 2.100 ກວ່າເອເຄີຖືກເຜົາຜານ.

ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ - Visit Laos Visit SALANA BOUTIQUE HOTEL - ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ

ເຈົ້າຄອງລັດຮາວາຍ ກ່າວໃນລະຫວ່າງການຖະແຫລງຂ່າວໃນວັນທີ 12 ສິງຫາວ່າ: ຈຳນວນຜູ້ເສຍຊີວິດມີທ່າອ່ຽງເພີ່ມຂຶ້ນອີກ ເນື່ອງຈາກທີມກູ້ໄພທະຍອຍຄົ້ນພົບຮ່າງຂອງມະນຸດຢູ່ເປັນໄລຍະ ໂດຍຕອນນີ້ໝາກູ້ໄພທີ່ຖືກຝຶກມາເພື່ອດົມກິ່ນຫາຮ່າງຜູ້ເສຍຊີວິດ ໂດຍສະເພາະປະຕິບັດໜ້າທີ່ໄດ້ພຽງ 3% ຂອງເນື້ອທີ່ທີ່ໄດ້ຮັບຄວາມເສຍຫາຍເທົ່ານັ້ນ.

ເຈົ້າໜ້າທີ່ໄດ້ກຽມຫ້ອງພັກຢູ່ໂຮງແຮມ 1.000 ກວ່າຫ້ອງໄວ້ສຳລັບຊ່ວຍເຫລືອຜູ້ທີ່ຕ້ອງສູນເສຍບ່ອນຢູ່ອາໄສໄປຈາກໄຟໄໝ້ ແລະ ກຳລັງຈັດຫາອະສັງຫາລິມະຊັບໃຫ້ເຊົ່າເພື່ອເປັນບ່ອນພັກໃຫ້ປະຊາຊົນ ໂດຍບໍ່ຄິດຄ່າໃຊ້ຈ່າຍໃດໆ ໂດຍປັດຈຸບັນມີປະຊາຊົນຫລາຍກວ່າ 1.400 ຄົນ ທີ່ອາໄສຢູ່ໃນສູນສຸກເສີນ.

ເຫດການໄຟໄໝ້ປ່າທີ່ເກີດຂຶ້ນຖືເປັນໄພພິບັດຮຸນແຮງທີ່ສຸດເທົ່າທີ່ຮາວາຍເຄີຍຜະເຊີນມາ ໂດຍຈຳນວນຜູ້ເສຍຊີວິດປັດຈຸບັນເພີ່ມເກີນຈຳນວນຜູ້ເສຍຊີວິດຈາກເຫດສຶນາມິທີ່ຂ້າຊີວິດປະຊາຊົນເຖິງ 61 ຄົນໃນປີ 1960 ຫລື 1 ປີຫລັງຈາກທີ່ຮາວາຍມີສະຖານະເປັນລັດໜຶ່ງຂອງອາເມລິກາ. ອີກທັງຍັງເປັນຈຳນວນຜູ້ເສຍຊີວິດຈາກເຫດໄຟໄໝ້ປ່າສູງສຸດນັບແຕ່ປີ 1918 ເຊິ່ງໃນເວລາດັ່ງກ່າວເກີດໄຟໄໝ້ປ່າຂຶ້ນໃນລັດມິນນິໂຊຕາ ແລະ ວິສຄອນຊິນ ຂ້າຊີວິດປະຊາຊົນໄປ 453 ຄົນ.

ອ້າງອີງ:

https://www.reuters.com/world/us/death-toll-maui-fires-hits-least-80-damages-billions-dollars-2023-08-12/

ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ - 3 - ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 89 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!