ເລື່ອງເດັກນ້ອຍ… ໃຜວ່າມັນນ້ອຍ ?

- syria - ເລື່ອງເດັກນ້ອຍ… ໃຜວ່າມັນນ້ອຍ ?
- kitchen vibe - ເລື່ອງເດັກນ້ອຍ… ໃຜວ່າມັນນ້ອຍ ?

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ

ສຸພາສິດສອນ​ໃຈ​ທີ່​ພວກ​ເຮົາ​ເຄີຍ​ໄດ້​ຟັງ​ຈົນ​ໄນ່​ຫູ​ກ່ຽວ​ກັບ​ການ​ລ້ຽງ​ດູ​ລູກ​ເຕົ້າ​ໃຫ້​ເປັນ​ຄົນ​ດີ​ນັ້ນກໍ​ຄື “​ໄມ້​ແກ່​ກາຍ​ຍາມ​ເບັດ ​ເຫັດ​ແກ່​ກາຍ​ຍາມ​ແກງ” ຖ້າ​ຈະ​ອົບຮົມ​ບົ່ມ​ເພາະ​ເດັກ ກໍ​ຕ້ອງ​ເຮັດ​ເວລາ​ເຂົາ​ຍັງ​ຢູ່​ໃນ​ອາຍຸ​ໄວ​ເດັກ, ຍັງ​ເປັນ​ເຈ້ຍ​ຂາວ​ບໍລິສຸດ. ສຸພາສິດ​ນີ້​ມີ​ຄວາມ​ໝາຍ​ກວ້າງ​ໄກ ​ແລະ ມີ​ລັກສະນະ​ສາກົນ. ທຸກໆ​ປະ​ເທດ​ຕ່າງ​ກໍ​ຈັບ​ເອົາ​ຍ່ານ​ໄວ​ເດັກ​ເປັນ​ຈຸດ​ເລີ່​ມຕົ້ນສ້າງ​ຄົນ ​ເພື່ອ​ໃຫ້​ເປັນ​ຮຸ່ນ​ສືບ​ທອດ​ຕາມ​ເປົ້າໝາຍ​ທີ່​ຢາກ​ໃຫ້​ເປັນ ​ເຊັ່ນ​ຢູ່​ ອິນ​ໂດ​ເນ​ເຊຍ ນັ້ນກໍ​ມີ​ຂ່າວອອກ​ມາ​ຫວ່າງ​ບໍ່​ເຫິງ​ນີ້​ວ່າ: ທາງ​ກະຊວງ​ສະຫວັດດີ​ການ​ສັງຄົມ​ຂອງ​ປະ​ເທດ​ນີ້​ໄດ້​ຕັ້ງສູນພັກ​ຟື້ນ ​ເພື່ອ​ລຶບລ້າງ​ແນວ​ຄິດ​ຫົວ​ຮຸນ​ແຮງ​ຂອງ​ເດັກ​ຂຶ້ນ ​ແນ​ໃສ່​ປ້ອງ​ກັນ​ບໍ່​ໃຫ້​ເດັກໆ​ຕົກ​ເປັນ​ເຫຍື່ອ​ການ​ໂຄສະນາ​ຊວນ​ເຊື່ອ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ມີ​ການ​ພົວພັນ​ກັບ​ກຸ່ມ​ລັດ​ອິດສະ​ລາມ ຫຼື ​ໄອ​ເອັດ​ສ໌ (IS). ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ເປັນອັນ​ດັບ​ທີ 4 ຂອງ​ໂລກ ​ແລະ ຜູ້​ເຊື່ອ​ຖື​ສາສະໜາ​ອິດສະ​ລາມ​ຫຼາຍ​ເປັນ​ທີ​ໜຶ່ງ​ຂອງ​ໂລກ. ​ໃນ​ຊຸມ​ປີ​ຫຼັງ​ມາ​ນີ້, ອິດ​ທິພົນ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ເຊື່ອມ​ເຂົ້າສູ່​ສັງຄົມ​ອິນ​ໂດ​ເນ​ເຊຍ​ຫຼາຍ​ຂຶ້ນ. ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ແຮງ​ກໍ​ແມ່ນ​ກຸ່ມ​ຄົນ​ໃນ​ໄວ​ໜຸ່ມ​ຜ່ານ​ສື່​ສັງຄົມ​ອອນ​ລາຍ ​ແລະ ຜູ້​ເປັນ​ພໍ່​ແມ່​ທີ່​ມີ​ຄວາມ​ຝັກ​ໄຝ່​ໃນ​ອຸດົມ​ການ​ຂອງ​ກຸ່ມ​ໄອ​ເອັດ​ສ໌. ຂ່າວ​ບອກ​ວ່າ: ສູນ​ລຶບລ້າງ​ແນວ​ຄິດ​ຫົວ​ຮຸນ​ແຮງ​ໄດ້​ສຳ​ເລັດ​ຊຸດ​ເຝິກອົບຮົມ “ຂ້າ​ພະຍາດ​ເພື່ອ​ກອບ​ກູ້​ເອົາ​ຄົນ” ຊຸດ​ທຳ​ອິດ ​ໂດຍ​ມີ​ຜູ້​ເຂົ້າຮ່ວມ​ຈຳນວນ 161 ຄົນ ​ເຊິ່ງລວມມີ​ເດັກນ້ອຍ 75 ຄົນ. ​ໃນ​ຈຳນວນ​ຜູ້​ເຂົ້າຮ່ວມ​ທັງ​ໝົດ​ນັ້ນ ຈຳນວນ​ໜຶ່ງ​ຫາ​ກໍ​ກັບ​ຄືນ​ຈາກ​ປະ​ເທດ​ຊີຣີ (ສະຖານ​ທີ່​ຈຸດ​ສຸມ​ຂອງ​ກຸ່ມ​ໄອ​ເອັດ​ສ໌) ​ແລະ ອີກ​ຈຳນວນ​ໜຶ່ງ​ຢູ່​ໃນ​ໄລຍະ​ກຽມພ້ອມ​ຈະ​ເດີນທາງ​ໄປ​ເຂດ​ຕາ​ເວັນ​ອອກ​ກາງ. ສູນ​ພັກ​ຟື້ນ​ເພື່ອ​ລຶບລ້າງ​ແນວ​ຄິດ​ຫົວ​ຮຸນ​ແຮງ​ໃນ​ກຸ່ມ​ໄວ​ເດັກ​ນີ້​ໄດ້​ມີ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ກະຊວງ​ສະຫວັດດີ​ການ​ສັງຄົມ, ກະຊວງ​ກິດຈະການ​ສາສະໜາ, ສຳນັກງານ​ແຫ່ງ​ຊາດ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ, ກອງ​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ຄະນະ​ກຳມະການ​ປົກ​ປ້ອງ​ເດັກນ້ອຍ​ຂອງ​ອິນ​ໂດ​ເນ​ເຊຍ. ​ໃນ​ປີ 2016 ທາງ​ການ​ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດທົ່ວ​ປະ​ເທດ ​ແລະ ພົບ​ວ່າ 77% ຂອງ​ຊາວ​ອິນ​ໂດ​ເນ​ເຊຍ​ທີ່​ນັບຖື​ສາສະໜາ​ອິດສະ​ລາມ ຫຼື ​ເທົ່າໆ​ກັບ 11,5 ລ້ານ​ຄົນ​ນັ້ນ ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຖືກ​ຄອບ​ງຳ​ໂດຍ​ແນວ​ຄິດ​ຫົວ​ຮຸນ​ແຮງ ​ໂດຍ​ພວກ​ນີ້​ກຽມພ້ອມ​ຈະ​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ຖ້າ​ມີ​ຄວາມ​ຈຳ​ເປັນ. ສິ່ງ​ທີ່​ທາງ​ການ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ກັງວົນ​ໃຈ​ແຮງ ກໍ​ຄື​ວ່າ​ຊາວ​ໜຸ່ມ​ແມ່ນ​ກຸ່ມ​ຄົນ​ທີ່​ຍອມຮັບ​ເອົາ​ແນວ​ຄິດ​ຫົວ​ຮຸນ​ແຮງ​ໄວ ​ແລະ ຫຼາຍ​ທີ່​ສຸດ. ການ​ສ້າງ​ສູນ​ພັກ​ຟື້ນຄືນ​ອະນາຄົດ​ໃຫ້​ໄວ​ໜຸ່ມ​ທີ່​ຫຼົງ​ຜິດ​ເຫັນ​ກົງຈັກ​ເປັນ​ດອກ​ບົວ​ໃນ​ອິນ​ໂດ​ເນ​ເຊຍ​ນັ້ນ​ແມ່ນ​ບົດຮຽນ​ໜຶ່ງ​ທີ່ຢັ້ງຢືນ​ວ່າ: ການ​ອົບຮົມ​ບົ່ມ​ເພາະ​ເພື່ອ​ປ່ຽນ​ແປງ​ຄົນ​ນັ້ນຕ້ອງ​ເຮັດ​ແຕ່​ໃນ​ໄວ​ເດັກ​ໂລດ​ຈຶ່ງ​ຈະ​ເກີດ​ຜົນ​ສູງ​ສຸດ. ສ່ວນ​ຢູ່ ປະ​ເທດ​ຍີ່ປຸ່ນ ນັ້ນ, ທາງ​ການ​ໄດ້​ເອົາ​ໃຈ​ໃສ່​ສະກັດ​ກັ້ນບັນ​ຫາ​ການ​ຂ້າ​ຕົວ​ຕາຍ​ຂອງ​ເດັກ​ນັກຮຽນ​ໃນ​ໄລຍະ​ໄຂ​ສົກຮຽນ​ໃໝ່ ​ເຊິ່ງປາກົດ​ມີ​ຂຶ້ນ​ເປັນ​ປະຈຳ ຍ້ອນ​ວ່າ​ເດັກ​ຈຳນວນ​ໜຶ່ງ​ມີ​ອາການ​ຄຽດ ຍ້ອນ​ຫວັ່ນ​ວິຕົກ​ຢ້ານ​ຮຽນ​ບໍ່​ໄດ້​ຄະ​ແນນ​ດີ, ຢ້ານ​ຄົບ​ກັບ​ໝູ່ຄູ່​ທີ່​ເປັນ​ອັນ​ຕະພານ ​ແລະ ອື່ນໆ. ດັ່ງນັ້ນ ​ໃນ​ປີ​ນີ້, ​ເຫຼົ່າ​ດາຣາ ​ແລະ ສິລະ​ປິນ-ນັກສະ​ແດງ​ຈຶ່ງ​ໄດ້​ລະດົມ​ກັນ​ເຂົ້າມາ​ຊ່ວຍ​ເປັນ​ກຳລັງ​ໃຈ​ໃຫ້​ແກ່​ນັກຮຽນ​ຕາມ​ໂຮງຮຽນ​ຕ່າງໆ. ນອ​ກນັ້ນ ທາງ​ການ​ຍັງ​ໄດ້​ຈັດ​ສະຖານ​ທີ່​ສຳລັບ​ຜ່ອນຄາຍ​ຄວາມ​ຄຽດ​ໃຫ້​ນັກຮຽນ​ທີ່​ມີ​ບັນຫາ​ທາງ​ດ້ານ​ຈິດ​ໃຈ ​ເຊັ່ນ​ຢູ່​ນະຄອນຫຼວງ​ໂຕ​ກຽວ ​ເພິ່ນ​ໄດ້​ຈັດ​ເຂດ​ໜຶ່ງ​ຂອງ​ສວນສັດ​ໄວ້​ເພື່ອ​ຈຸດປະສົງ​ນີ້​ໂດຍ​ສະ​ເພາະ. ​ໃຜ​ມີ​ບັນຫາ​ກໍ​ເອົາ​ມາ​ຄາຍ​ຄຽດ​ຢູ່​ບ່ອນ​ນີ້​ກ່ອນ ​ເພື່ອ​ບໍ່​ໃຫ້​ໄປ​ເຖິງ​ບ່ອນ​ໂສ​ສຸດ​ໂສ​ສ້ວຍ​ດ້ວຍ​ການ​ຂ້າ​ຕົວ​ຕາຍ.

- Visit Laos Visit SALANA BOUTIQUE HOTEL - ເລື່ອງເດັກນ້ອຍ… ໃຜວ່າມັນນ້ອຍ ?
- 4 - ເລື່ອງເດັກນ້ອຍ… ໃຜວ່າມັນນ້ອຍ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!