ພະແນກສຶກສາທິການ ແລະ ກິລາ ນວ ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ວຽກງານການສຶກສາ ແລະ ຊຸກຍູ້ໃຫ້ລູກຫລານໄດ້ເຂົ້າຮຽນຢ່າງທົ່ວເຖິງ

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ໃຫ້ສໍາພາດຕໍ່ໜັງສືພິມ ປະຊາຊົນ ໃນວັນທີ 23 ສິງຫາ ຜ່ານມາ ໄດ້ມີຄຳເຫັນເນັ້ນໃຫ້ຂະແໜງການສຶກສາ ເອົາໃຈໃສ່ຢ່າງຮອບດ້ານ ເພື່ອເປີດສົກຮຽນໃໝ່ວ່າ:
- ຜູ້ບໍລິຫານສະຖານການສຶກສາໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ຄູ-ອາຈານ, ນັກຮຽນໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ກັບການປະຕິບັດໜ້າທີ່ວຽກງານ, ສຸມໃສ່ການສັບຊ້ອນຈັດສັນຄູໃຫ້ສອດຄ່ອງ ແລະ ເໜາະສົມ, ຕ້ອງປັບປຸງພື້ນຖານໂຄງລ່າງ, ສ້າງສິ່ງເອື້ອອໍານວຍໃຫ້ແກ່ ການເປີດສົກຮຽນໃໝ່, ສ້າງແຜນພັດທະນາໂຮງຮຽນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ກະກຽມວັດຖຸອຸປະກອນຮັບໃຊ້ຕ່າງໆໃຫ້ພຽງພໍ;
- ຄູ-ອາຈານ ໃຫ້ເພີ່ມທະວີເປັນເຈົ້າການໃນການເປີດສົກຮຽນໃໝ່, ໃຫ້ມີການຈັດຕັ້ງເຜີຍແຜ່ນິຕິກໍາ ແລະ ລະບຽບຂອງໂຮງ ຮຽນ, ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ກະກຽມຕາຕະລາງສິດສອນ, ແຜນການສອນ, ບົດສອນ, ສື່ການຮຽນ-ການສອນ ໃຫ້ມີຄວາມພ້ອມໃນເວລາສິດສອນ, ສູ້ຊົນຈັດຕັ້ງປະຕິບັດດໍາເນີນການຮຽນ-ການສອນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ພ້ອມທັງສໍາເລັດຕາມຄາດໝາຍ;
- ນັກຮຽນ ກໍໃຫ້ມີການກະກຽມ, ສຸມຈິດສຸມໃຈໃສ່ການສຶກສາຮໍ່າຮຽນ, ເອົາໃຈໃສ່ຫ້າງຫາກະກຽມອຸປະກອນການຮຽນເຊັ່ນ: ປຶ້ມ, ບິກ, ສໍ, ປາກກາ, ໄມ້ບັນທັດ ແລະ ອື່ນໆ ໃຫ້ມີຄວາມພ້ອມໃນການຮຽນສົກໃໝ່ ເອົາໃຈໃສ່ການສຶກສາຮໍ່າຮຽນພັດທະນາຕົນເອງໃຫ້ມີບາດກ້າວໃໝ່ຕໍ່ການສຶກສາຮໍ່າຮຽນ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ ທັງຈໍາແນກໄດ້ມິດ ແລະ ສັດຕູ ຢ່າງຈະແຈ້ງ.
ທ່ານ ສົມພອນ ສອນດາລາ ຍັງຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນຈົ່ງໄດ້ເພີ່ມທະວີໃນການຊີ້ນໍາ-ນໍາພາວຽກງານການໄຂສົກຮຽນໃໝ່ໃຫ້ເປັນຂະບວນຟົດຟື້ນ ຕິດພັນກັບຂະບວນການຕ້ອນ ຮັບວັນສໍາຄັນຂອງຊາດ, ຂອງພັກ, ປະກອບສ່ວນສົມທົບທຶນຮອນໃສ່ວຽກງານການສຶກສາໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂັ້ມແຂງ. ພ້ອມນັ້ນ, ຄະນະພັດທະນາສຶກສາແຕ່ລະຂັ້ນ ຈົ່ງໄດ້ສຸມທຶນຮອນໃສ່ວຽກງານການສຶກສາໃນຂົງເຂດຕົນຮັບຜິດຊອບໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຜູ້ປົກຄອງນັກຮຽນຈົ່ງໄດ້ຕິດຕາມການກະກຽມຄວາມພ້ອມຂອງລູກຫຼານກ່ອນໄປໂຮງຮຽນ ແລະ ຊຸກຍູ້ໃຫ້ລູກຫຼານໄດ້ເຂົ້າຮຽນຢ່າງທົ່ວເຖິງ.
ທົ່ວນະຄອນຫຼວງວຽງຈັນມີ ໂຮງຮຽນມັດທະຍົມສຶກສາທັງໝົດ 192 ແຫ່ງ. ໃນນັ້ນ, ມີໂຮງຮຽນເອກະຊົນ 86 ແຫ່ງ, ໂຮງຮຽນລັດມີ 106 ແຫ່ງ, ໂຮງຮຽນຊັ້ນມັດທະຍົມຕອນຕົ້ນ ແຕ່ ມ1 – ມ.4 ມີ 171 ແຫ່ງ, ເພີ່ມຂຶ້ນ 5 ແຫ່ງ ແລະ ຊັ້ນມັດທະຍົມຕອນປາຍ ມ5 – ມ.7 ມີ 108 ແຫ່ງ, ເພີ່ມຂຶ້ນ 6 ແຫ່ງ.