ກຳນົດເຂດເສຍຄ່າທາງສຳລັບຍານພາຫະນະບໍ່ກາຍ 30 ກັນຍາ 2023 ລະເມີດປັບໃໝ 0,1%/ມື້ ຫລື 40%/ປີ


ວັນທີ 13 ກັນຍາ 2023 ນີ້ ກົມສ່ວຍສາອາກອນ ກະຊວງການເງິນ ອອກແຈ້ງການເພີ່ມຕື່ມ ກ່ຽວກັບການເສຍຄ່າທາງ ຊຶ່ງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ ທີ່ຍັງບໍ່ທັນໄດ້ ເສຍຄ່າທໍານຽມທາງປະຈໍາປີ ໃຫ້ຮີບຮ້ອນເຂົ້າມາຊໍາລະ ຕາມຈຸດໃຫ້ບໍລິການໂດຍກຳນົດຂີດໝາຍສຳລັບປີ 2023 ມີກຳນົດເຂດຈະສິ້ນສຸດ ຫລື ບໍ່ໃຫ້ກາຍ ວັນທີ 30 ກັນຍາ 2023.
ໂດຍສາມາດເສຍຄ່າທາງໄດ້ຕາມຈຸດບໍລິການ, ທະນາຄານ ແລະ ແອັບພິເຄຊັນຕ່າງໆເຊັ່ນ:
- ຊໍາລະຜ່ານລະບົບທະນາຄານ ມີ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ທະນາຄານ ຮ່ວມພັດທະນາ ຈໍາກັດ (JDB), ທະນາຄານ ພັດທະນາລາວ ຈໍາກັດ (LDB); ກໍລະນີ ຊໍາລະຜ່ານປ່ອງບໍລິການ ຂອງບັນດາທະນາຄານ ຜູ້ຊໍາລະ ຕ້ອງມີເອກະສານຍານພາຫະນະ ແຈ້ງຕໍ່ພະນັກງານທະນາຄານ ເພື່ອດໍາເນີນການຊໍາລະຜ່ານບັນຊີ ຫຼື ເງິນສົດ;
- ຊໍາລະຜ່ານປ່ອງບໍລິການຂອງ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ປະຈໍາແຂວງ ແລະ ນະຄອນຫຼວງ;
- ຊໍາລະຜ່ານກົມສ່ວຍສາອາກອນ, ສ່ວຍສາອາກອນ ປະຈໍາແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຊຶ່ງຜູ້ ຊໍາລະຕ້ອງນໍາເອກະສານຍານພາຫະນະ ແຈ້ງຕໍ່ເຈົ້າຫນ້າທີ່ສ່ວຍສາອາກອນ ເພື່ອດໍາເນີນການຊໍາລະຜ່ານລະບົບ ທະນາຄານ ຫຼື ຄັງເງິນແຫ່ງຊາດ;
ຖ້າບໍ່ເສຍຄ່າທໍານຽມທາງຕາມໄລຍະເວລາທີ່ໄດ້ກໍານົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ໃນ ຄໍາແນະນໍາກະຊວງການເງິນ 3455/ກງ, ລົງວັນທີ 10 ຕຸລາ 2017 ຄື:
+ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຊຳລະເງິນຄ່າທຳນຽມທາງຜ່ານທະນາຄານ ແຕ່ບໍ່ໄດ້ຮັບເອົາສະຕິກເກີ້ ພາຍໃນກຳນົດ 15 ວັນ ນັບແຕ່ມື້ຊຳລະເງິນເປັນຕົ້ນໄປ ຈະຖືກປັບໃໝ 5% ຂອງມູນຄ່າທີ່ຊຳລະເງິນແລ້ວ ຕໍ່ຄັ້ງທີ່ກວດພົບເຫັນ.
+ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຍານພາຫະນະຢູ່ໃນກອງຄຸ້ມຄອງຂອງຕົນ ແຕ່ບໍ່ເສຍຄ່າທຳນຽມທາງ ຕາມເວລາທີ່ກຳນົດໄວ້ ຈະຖືກປັບໃໝ 0,1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ.
+ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຍານພາຫະນະຢູ່ໃນການຄຸ້ມຄອງຂອງຕົນ ແຕ່ບໍ່ເສຍຄ່າທຳນຽມທາງໃນປີຜ່ານມາໜຶ່ງປີ ຈະຖືກປັບໃໝ 40% ຕໍ່ປີ ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ.
+ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຍານພາຫະນະຢູ່ໃນການຄຸ້ມຄອງຂອງຕົນ ແຕ່ບໍ່ເສຍຄ່າທຳນຽມທາງໃນປີຜ່ານມາສອງປີຂຶ້ນໄປ ຈະຖືກປັບໃໝ 60% ຕໍ່ປີ ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ.
+ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເສຍຄ່າທຳນຽມທາງປະຈຳປີບໍ່ຖືກຕ້ອງຕາມທີ່ກຳນົດໄວ້ ຕ້ອງໄດ້ເສຍຄ່າທຳນຽມທາງຕື່ມ ໃຫ້ຄົບຖ້ວນຕາມຈຳນວນທີ່ຕ້ອງໄດ້ເສຍ ພ້ອມທັງຄ່າປັບໃໝ 60% ຂອງມູນຄ່າທີ່ຕ້ອງໄດ້ເສຍຕື່ມ.
ທ່ານ ສາມາດສອບຖາມຂໍ້ມູນເພີ່ມເຕີມ ຕາມເບີສາຍດ່ວນ 1466 ດັ່ງນັ້ນ,ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ