ຜູ້ບໍລິຫານການສຶກສາ ແຂວງສາລະວັນ ປຶກສາຫາລືການຂາດແຄນຄູສອນ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສາລະວັນ ປະຈຳສົກປີ 2022-2023 ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2023 ທີ່ວິທະຍາໄລຄູສາລະວັນ ເພື່ອເຜີຍແຜ່ການປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ-ການສຶກສາຊັ້ນສູງ, ເຜີຍແຜ່ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວປະເທດປະຈຳສົກຮຽນ 2022-2023 ແລະ ວິທີການແກ້ໄຂໃນຕໍ່ໜ້າ, ລາຍງານການກະກຽມຄວາມພ້ອມຮອບດ້ານ ເພື່ອເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 7 ປີ 2024 ແລະ ແຜນວຽກໃນຕໍ່ໜ້າ. ໂດຍເປັນປະທານຂອງ ທ່ານ ສີລະສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ຜ່ານການຈັດຕັ້ງປະຕິບັດວຽກງານໃນ 12 ຄາດໝາຍຫລັກທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ມີ 9 ຄາດໝາຍສາມາດບັນລຸໄດ້ຕາມແຜນຄື: ອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ ສຳລັບການສຶກສາກ່ອນໄວຮຽນປະຕິບັດໄດ້ 78%; ອັດຕານັກຮຽນເຂົ້າໃໝ່ ປ.1 ໄດ້ 99,09%; ອັດຕາເຂົ້າຮຽນໃໝ່ ປ.5 ໄດ້ 96,5%; ອັດຕາຈົບຊັ້ນປະຖົມປະຕິບັດໄດ້ 88,7%; ອັດຕາເຂົ້າຮຽນໃໝ່ ມ.4 ປະຕິບັດໄດ້ 59%. ປັດຈຸບັນທົ່ວແຂວງສາລະວັນມີ ໂຮງຮຽນອະນຸບານ 93 ແຫ່ງ, ໂຮງຮຽນປະຖົມສົມບູນ 598 ແຫ່ງ, ໂຮງຮຽນມັດທະຍົມ 103 ແຫ່ງ ແລະ ໂຮງ ຮຽນສົງມີ 7 ແຫ່ງ. ສຳລັບວຽກງານສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ການຈັດການຮຽນ-ການສອນລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.