ອົງການພັດທະນາ ແລະ ບໍລິຫານຕົວເມືອງ ຫ້ວຍຊາຍ ເຮັດບົດບັນທຶກກ່າວເຕືອນ ຜູ້ຄ້າຂາຍເຄື່ອງຕາມຟຸດບາດ ກີດຂວາງການສັນຈອນ


ວັນທີ 25 ກັນຍາ 2023, ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ຕາງໜ້າໃຫ້ຄະນະຄຸ້ມຄອງຕົວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມດ້ວຍທີມງານລົງກວດກາແກ້ໄຂບັນຫາສິ່ງກີດຂວາງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມຕະຫລາດ ເມືອງຫ້ວຍຊາຍ ໂດຍສະເພາະແມ່ນບັນຫາການຂາຍເຄື່ອງຕາມຟຸດບາດ, ມີການຕໍ່ເຕີມອອກກວມເສັ້ນທາງ ເຊິ່ງເປັນສິ່ງກີດຂວາງທາງສັນຈອນ, ການຈອດລົດຊະຊາຍ, ຈອດລົດບ່ອນປ້າຍຫ້າມ, ບັນຫາຄວັນໄຟຈາກຮ້ານປີ້ງຕ່າງໆ ທີ່ເປັນມົນລະພິດຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນທາງເດີນລະບົບຫາຍໃຈ.
ທ່ານ ວັນນະສອນ ໂພທິປັນຍາ ຍັງກ່າວຕື່ມວ່າ: ການລົງກວດກາຄັ້ງນີ້, ຄະນະສະເພາະກິດ ຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງ ໄດ້ເຮັດບົດບັນທຶກ ເພື່ອກ່າວເຕືອນຕໍ່ຜູ້ປະກອບການໃຫ້ປັບປຸງແກ້ໄຂ, ຖ້າຫາກບໍ່ປັບປຸງແກ້ໄຂທາງຄະນະສະເພາະກິດຈະປະຕິບັດຕາມມາດຕະການຕໍ່ຜູ້ຝ່າຝືນຢ່າງເດັດຂາດ, ທັງນີ້ກໍເພື່ອຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ການສັນຈອນສະດວກ ເພື່ອດຶງເປັນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວໃຫ້ຫລາຍກວ່າເກົ່າ ແລະ ທັງເປັນການກະກຽມຕ້ອນຮັບປີທ່ອງທ່ຽວລາວປີ 2024 .