ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ - 384758540 843399674140157 2991915101726465209 n - ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ
ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ - kitchen vibe - ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຕໍ່ກອງປະຊຸມກາງສະໄໝຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ວ່າ: ໃນການນຳພາວຽກງານທາງດ້ານການຈັດຕັ້ງແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໂດຍສະເພາະໃນການປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງຂອງອົງຄະນະພັກເປັນຕົ້ນແມ່ນໄດ້ເອົາໃຈໃສ່ສົມທົບການປັບປຸງການຈັດຕັ້ງ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ການຈັດວາງບຸກຄະລາກອນນັບທັງພາຍໃນຄະນະພັກ, ພາກສ່ວນຫົວໜ່ວຍວິຊາການ, ບັນດາລັດວິສາຫະກິດ ແລະ ອົງການຈັດຕັ້ງມະຫາຊົນ, ໄດ້ມີການຈັດວາງບຸກຄະລາກອນໃຫ້ສອດຄ່ອງກັບເງື່ອນໄຂ, ຄວາມຮູ້ຄວາມສາມາດ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຕາມລະບຽບການ, ໄດ້ຕັ້ງໜ້າປະຕິບັດແບບແຜນການນຳພາ ແລະ ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ຊີ້ນຳອົງການ ຈັດຕັ້ງມະຫາຊົນປະກອບສ່ວນຢ່າງຕັ້ງໜ້າ, ເປັນກຳລັງຫຼັກສຳຄັນໃນການເຮັດສຳເລັດວຽກວິຊາສະເພາະ, ປັດຈຸບັນທົ່ວກະຊວງ ພະລັງງານ ແລະ ບໍ່ແຮ່ ມີພະນັກງານ-ລັດຖະກອນທັງໝົດ 1.801 ຄົນ ຍິງ 448 ຄົນ ໃນນັ້ນຢູ່ສູນກາງ ມີຈຳນວນ 456 ຄົນ ຍິງ 158 ຄົນ, ຢູ່ແຂວງ ມີ 683 ຄົນ ຍິງ 173 ຄົນ, ຢູ່ເມືອງ ມີຈຳນວນ 662 ຄົນ ຍິງ 117 ຄົນ.

ທ່ານກ່າວຕື່ມວ່າ: ສຳລັບທິດທາງວຽກຈຸດສຸມ ແລະ ທິດຊີ້ນໍາທ້າຍສະໄໝຈະຢຶດໝັ້ນແນວທາງປ່ຽນແປງໃໝ່ ຂອງພັກ ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX ເຂົ້າສູ່ການປະຕິບັດຕົວຈິງໃຫ້ມີໝາກຜົນສູງບົນພື້ນຖານເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ, ສືບຕໍ່ເພີ່ມທະວີການປັບປຸງ ແລະ ກໍ່ສ້າງອົງຄະນະພັກກະຊວງໃຫ້ມີຄວາມປອດໃສ, ໜັກແໜ້ນເຂັ້ມແຂງ ແລະ ແນວຄິດການເມືອງ 4 ດ້ານ ບົນພື້ນຖານເພີ່ມທະວີການປັບປຸງ ແລະ ກໍ່ສ້າງພັກ, ຮູ້ນຳພາຢ່າງຮອບດ້ານ ການຈັດຕັ້ງແບບ ແຜນການນຳພາ ແລະ ວິທີເຮັດວຽກຢ່າງແຂງແຮງ ແລະ ມີບາດກ້າວຫັນປ່ຽນທີ່ຕັ້ງໜ້າ, ສືບຕໍ່ປັບປຸງຄວາມສາມັກຄີພາຍໃນອົງຄະນະພັກ ແລະ ພາຍໃນຂະແໜງການໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມອີກ, ເພີ່ມທະວີວຽກງານຂະຫຍາຍພັກເຂົ້າໃນບັນດາກົມ, ສະຖາບັນຂອງກະຊວງ, ຫົວໜ່ວຍວຽກງານ ຂອງລັດວິສາຫະກິດ ແລະ ຫົວໜ່ວຍວິຊາສະເພາະຕ່າງໆທີ່ຍັງມີຈຳນວນສະມາຊິກພັກໜ້ອຍ, ເອົາໃຈໃສ່ວຽກງານກໍ່ສ້າງ, ຂະຫຍາຍພັກຢ່າງແຂງແຮງ; ຈະສູ້ຊົນຂະຫຍາຍສະມາຊິກພັກໃຫ້ໄດ້ ຈຳນວນ 80 ສະຫາຍຂຶ້ນໄປ ແລະ ສ້າງເງື່ອນໄຂໃຫ້ໄດ້ຮັບການບຳລຸງດ້ານທິດສະດີການເມືອງ ຂັ້ນຕົ້ນໃຫ້ໄດ້ 2 ຊຸດ. ຖືເອົາການຍົກສູງຄຸນນະພາບໃນທຸກດ້ານຂອງສະມາຊິກພັກເປັນໜ້າທີ່ໃຈກາງໃນການເຄື່ອນໄຫວນຳພາຂອງທົ່ວອົງຄະນະພັກກະຊວງເຮັດໃຫ້ສະມາຊິກພັກແຕ່ລະສະຫາຍກາຍເປັນຫຼັກແຫຼ່ງ ແລະ ເປັນແບບຢ່າງທາງ ດ້ານແນວຄິດ ແລະ ການກະທຳທີ່ມີລັກສະນະຮອບດ້ານ, ສູ້ຊົນສ້າງໃຫ້ທຸກຄະນະພັກຮາກຖານ ແລະ ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ສູ້ຊົນສ້າງໃຫ້ສະມາຊິກພັກກາຍເປັນສະມາຊີກພັກແຂງ ກວມຈຳນວນສ່ວນໃຫຍ່; ສືບຕໍ່ສູ້ຊົນບໍ່ໃຫ້ມີສະມາຊິກພັກປະເພດອ່ອນ ແລະ ເສຍທາດຂາດຄຸນ; ສ້າງບັນດາເງື່ອນໄຂ ແລະ ບືນຕົວຂຶ້ນຕື່ມອີກ ເພື່ອເຮັດໃຫ້ຄຸນນະພາບໃນການນໍາພາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃຫ້ມີບາດກ້າວຂະຫຍາຍຕົວທີ່ຕໍ່ເນື່ອງ ແລະ ໜັກແໜ້ນ, ສູ້ຊົນເຮັດສຳເລັດບັນດາຈຸດໝາຍ, ເນື້ອໃນ ແລະ ຄາດໝາຍຕົ້ນຕໍທີ່ໄດ້ກຳນົດອອກຢູ່ໃນແຜນຍຸດທະສາດເພື່ອພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ໄລຍະແຕ່ປີ (2021-2025), ສ້າງທຸກເງື່ອນໄຂເພື່ອໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດດຳລົງບົດບາດເປັນຫລັກແຫລ່ງໃນລະບົບເສດຖະກິດແຫ່ງຊາດ.

ພາບຂ່າວ: ໜັງສືພິມ ປະຊາຊົນ

ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ - 5 - ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ທຸກໜ່ວຍພັກກາຍເປັນຮາກຖານພັກທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!