ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ

ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ - 4031641 132359570 - ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ
ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ - kitchen vibe - ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ

ອິນເດຍແຈ້ງໃຫ້ການາດາຖອນນັກການທູດ 41 ຄົນອອກຈາກສະຖານທູດປະຈໍານະຄອນຫລວງນິວເດລີ ທ່າມກາງການພົວພັນທີ່ເຄັ່ງຕຶງລະຫວ່າງສອງປະເທດ ເນື່ອງຈາກກໍລະນີທີ່ການາດາກ່າວຫາອິນເດຍວ່າອາດກ່ຽວຂ້ອງນໍາການລັກລອບສັງຫານນັກເຄື່ອນໄຫວຊາວຊິກຢູ່ດິນແດນການາດາ.

Financial Times ລາຍງານວ່າ: ກະຊວງການຕ່າງປະເທດຂອງອິນເດຍໃຫ້ເວລາການາດາ 1 ອາທິດ ໃນການສົ່ງນັກການທູດສອງໃນສາມທີ່ປະຈໍາຢູ່ອິນເດຍກັບປະເທດ ໂດຍຫລຸດຈໍານວນລົງເຫລືອ 21 ຄົນ ຈາກປັດຈຸບັນມີຢູ່ 62 ຄົນ. ຂະນະທີ່ແຫລ່ງຂ່າວໃກ້ຊິດຢືນຢັນລາຍງານຂ່າວດັ່ງກ່າວຕໍ່ສໍານັກຂ່າວ Associated Press.

ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ - Visit Laos Visit SALANA BOUTIQUE HOTEL - ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ

ນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ປະຕິເສດຈະສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້. ຂະນະທີ່ຢືນຢັນວ່າ ລັດຖະບານການາດາບໍ່ຕ້ອງການຍົກລະດັບຄວາມຂັດແຍ່ງຕໍ່ອິນເດຍ.

ການພົວພັນລະຫວ່າງສອງປະເທດເຄັ່ງຕຶງ ນັບແຕ່ທຣູໂດເປີດເຜີຍໃນເດືອນຜ່ານມາວ່າ: ການາດາກໍາລັງສືບສວນຂໍ້ກ່າວຫາທີ່ໜ້າເຊື່ອຖືກໍລະນີອິນເດຍອາດກ່ຽວຂ້ອງຕໍ່ການລັກລອບສັງຫານທ້າວ ຣາດິບ ສິງ ນິວຈາ ຜູ້ນໍາຊິກແບ່ງແຍກດິນແດນຄົນສໍາຄັນ ເຊິ່ງເປັນພົນລະເມືອງການາດາ ໃນເດືອນມິຖຸນາຜ່ານມາ.

ທ້າວ ນິວຈາ ຢູ່ໃນລາຍຊື່ຜູ້ກໍ່ການຮ້າຍຂອງທາງການອິນເດຍ ໂດຍອິນເດຍລະບຸວ່າ: ລາວມີສ່ວນກ່ຽວຂ້ອງນໍາກຸ່ມຕິດອາວຸດ ແລະ ກິດຈະກໍາຂອງພວກຫົວຮຸນແຮງ.

ອ້າງອີງ:

ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ - 3 - ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!