ທະນາຄານ ກະສິກອນໄທ ເປີດໂຕ ທະນາຄານເທິງມືຖື K PLUS Laos ມອບປະສົບການດ້ານການເງິນເອເລັກໂຕຣນິກ ທີ່ສຸດຂອງທີ່ສຸດ


ວັນທີ 19 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ, ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ເປີດຕົວຜະລິດຕະພັນໃໝ່ ທະນາຄານເທິງມືຖື K PLUS Laos ໂດຍພັດທະນາຕໍ່ຍອດຈາກແອັບພຣິເຄຊັ່ນ ກະເປົາເງິນອອນລາຍ QR KBank ທີ່ເປີດໃຫ້ບໍໍລິການເມື່ອປີ 2018 ໂດຍມຸ່ງເນັ້ນສູ່ການເປັນທະນາຄານທີ່ໃຫ້ບໍລິການດ້ານການເງິນດິຈີຕອນຢ່າງເຕັມຮູບແບບ ເພື່ອສົ່ງມອບການບໍລິການໃຫ້ແກ່ລູກຄ້າທຸກລະດັບຕັ້ງແຕ່ອົງກອນ, ບໍລິສັດຂະໜາດກາງ, ກຸ່ມລູກຄ້າບຸກຄົນ ແລະ ລູກຄ້າທຸລະກິດ ດ້ວຍການຂົນຄຸນສົມບັດທີ່ຕອບໂຈດກິດຈະກຳທາງການເງິນໃນຊີວິດປະຈຳວັນມາໄວ້ໃນບ່ອນດຽວ ບໍ່ວ່າຈະເປັນ ການຈ່າຍ-ໂອນ, ຖອນເງິນ ການໂອນລະຫວ່າງປະເທດ ພ້ອມເປີດໂຕຄຸນສົມບັັດໃໝ່ຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ (Bill payment) ແລະ ການເປີດ ບັນຊີເງິນຝາກປະຢັດ ເອເລັກໂຕຣນິກ K eSavings.
ເຂົ້າຮ່ວມເປີດໂຕທະນາຄານເທິງມືຖື ‘‘K PLUS Laos ທີ່ສຸດຂອງທີ່ສຸດ” ໂດຍ ທ່ານ ບຸນເຫລືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ແຂກຜູ້ມີກຽດທ່ານອື່ນໆ, ເຊິ່ງເປັນປະທານເປີດງານ ຮ່ວມກັບ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ຈຳກັດຜູ້ດຽວ.


ທ່ານ ພັດທະນະພົງ ກ່າວວ່າ: “ຕະຫລອດໄລະຍະເວລາ 9 ປີ ທີ່ທະນາຄານກະສິກອນໄທ ໄດ້ພັດທະນາຜະລິດຕະພັນ ແລະ ບໍລິການທາງການເງິນຢ່າງຕໍ່ເນື່ອງທີ່ ສປປ ລາວ ບໍ່ວ່າຈະເປັນການບໍລິການກົດເງິນສົດຜ່ານຕູ້ ATM ຂອງທະນາຄານກະສິກອນ 44 ແຫ່ງ ທົ່ວນະຄອນຫລວງວຽງຈັນ ຫລື ຈະເປັນແອັບພິເຄຊັນກະເປົາເງິນອອນລາຍ QK KBank ມາມື້ນີ້ ທະນາຄານ ໄດ້ຍົກລະດັບຄຸນນະພາບຂອງແອັບດ້ວຍການນຳນະວັດຕະກຳດ້ານດິຈີຕອນເຂົ້າມາພັດທະນາແອັບໃຫ້ໃຊ້ບໍລິການດ້ານການເງິນໄດ້ສະດວກສະບາຍ ແລະ ງ່າຍຂຶ້ນ ໃຫ້ແກ່ປະຊາຊົນ ຂອງ ສປປ ລາວ ດ້ວຍການປ່ຽນຈາກແອັບກະເປົາເງິນ ເປັນທະນາຄານເທິງມືຖື K PLUS Laos ເພື່ອສົ່ງມອບປະສົບການໃຊ້ບໍລິການທາງການເງິນທີ່ດີທີ່ສຸດ ແລະ ຕອບຮັບທຸກຄວາມຕ້ອງການໃຫ້ແກ່ລູກຄ້າທຸກລະດັບ”.
ສປປ ລາວ ຖືເປັນປະເທດລຳດັບທີ 3 ຕໍ່ຈາກປະເທດໄທ ແລະ ຫວຽດນາມ ທີ່ແອັບພິເຄຊັນ K PLUS ໄດ້ເຮັດການເປີດໂຕໃຫ້ໃຊ້ງານທະນາຄານເທິງມືຖື (Mobile Banking) ໂດຍມື້ນີ້ມີຍອດຜູ້ໃຊ້ງານຮ່ວມກັນຫລາຍກວ່າ 21.8 ລ້ານຄົນ ການຂະຫຍາຍຕົວຂອງທະນາຄານ ກະສິກອນໄທ ສູ່ຕ່າງປະເທດ ເປັນໄປຕາມວິໄສທັດຂອງທະນາຄານທີ່ຕ້ອງການເປັນທະນາຄານແຫ່ງພາກພື້ນ (Regional Banking) ເພື່ອຍົກລະດັບຄຸນນະພາບຊີວິດຂອງລູກຄ້າບຸກຄົນ ແລະ ທຸລະກິດ ດ້ວຍນະວັດຕະກຳທາງການເງິນດິຈີຕອນ ໂດຍທະນາຄານໄດ້ເຫັນສັກກະຍະພາບຂອງປະເທດລາວ ໃນການສົ່ງເສີມສັງຄົມແບບບໍ່ໃຊ້ເງິນສົດ ເພື່ອໃຫ້ທຸກກິດຈະກຳທາງການເງິນເປັນເລື່ອງງ່າຍ ແລະ ສະດວກສະບາຍຫລາຍຂຶ້ນຂອງທຸກຄົນໃນຍຸກດິຈີຕອນ.
ສຳລັບແອັບ K PLUS Laos ເປີດໃຫ້ດາວໂຫລດ ແລະ ພ້ອມໃຊ້ງານຢ່າງເປັນທາງການແລ້ວ ທັງໃນລະບົບ IOS ແລະ Android ສຳລັບຜູ້ທີ່ສົນໃຈ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 021 410 888 ຫລື ເຟສບຸກ KBankLaos.