ລົງນາມຮ່ວມມື ພີ່ມທະວີສາຍພົວພັນຮ່ວມມືໃນຂົງເຂດວັດທະນະທຳ ລະຫວ່າງ ວິທະຍາໄລສິລະປະແຫ່ງຊາດ – ສະມາຄົມແລກປ່ຽນດ້ານວັດທະນະທຳອາຊີ
November 3, 2023 - 4:08 PM


ວັນທີ 3 ພະຈິກ 2023ນີ້, ທີນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ແລະ ແລກປ່ຽນ ດ້ານວັດທະນະທຳ ລະຫວ່າງວິທະຍາໄລສິລະປະແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ແລະ ສະມາຄົມແລກປ່ຽນດ້ານວັດທະນະທຳອາຊີ ແຫ່ງ ສ ເກົາຫຼີ ລົງນາມລະຫວ່າງ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າອຳນວຍການວິທະຍາໄລສິລະປະແຫ່ງຊາດ ກະຊວງ ຖວທ ແລະ ທ່ານ ນາງ ໂກ ໂດ-ອຶນ ປະທານສະມາຄົມແລກປ່ຽນດ້ານວັດທະນະທຳອາຊີ ແຫ່ງ ສ ເກົາຫຼີ.
ເນື້ອໃນຂອງການເຊັນສັນຍາຮ່ວມມືຄັ້ງນີ້ ກໍເພື່ອເປັນການເພີ່ມທະວີສາຍພົວພັນຮ່ວມມືໃນຂົງເຂດວັດທະນະທຳ ກໍຄືການຮັດແໜ້ນສາຍພົວພັນມິດຕະພາບຂອງສອງປະເທດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໂດຍສະເພາະວຽກງານສິລະປະການສະແດງຂອງສອງປະເທດ. ຝ່າຍ ສ ເກົາຫຼີ ຈະຊ່ວຍເຫຼືອເພື່ອສ້າງຕັ້ງ ວົງດົນຕີອໍເຄສຕຣາຊາວໜຸ່ມລາວ ແລະ ຈະສະໜອງການຝຶກອົບຮົມ, ອຸປະກອນ, ອາຈານສອນດົນຕີ ແລະ ຜູ້ຊ່ຽວຊານການສະແດງສອງຝ່າຍ ຈະຮ່ວມກັນບັນທຶກພາບ ແລະ ຜະລິດລາຍການວົງດົນຕີອໍເຄສຕຣາຊາວໜຸ່ມລາວ ເພື່ອອອກອາກາດຢູ່ຊ່ອງໂທລະພາບຂອງສອງປະເທດ; ສອງຝ່າຍຈະສົ່ງເສີມການແລກປ່ຽນຄະນະຜູ້ແທນໄປຢ້ຽມຢາມຊຶ່ງກັນ ແລະ ກັນ, ເຂົ້າຮ່ວມບັນດາກິດຈະກໍາສໍາຄັນຂອງສອງຝ່າຍ ແລະ ເຂົ້າຮ່ວມບັນດາກອງປະຊຸມສຳຄັນທີ່ທັງສອງຝ່າຍຈັດຂຶ້ນ.
ທ່ານ ນາງ ໂກ ໂດ-ອຶນ ກ່າວວ່າ: ການເຊັນສັນຍາຮ່ວມມືກັນໃນຄັ້ງນີ້ເປັນບາດກ້າວທໍາອິດ ແລະ ມີຄວາມສໍາຄັນຫຼາຍຂອງການຮ່ວມມື ແລະ ພາຍຫຼັງເຊັນສັນຍາສອງຝ່າຍກໍຍັງຈະໄດ້ປຶກສາຫາລືແຜນກໍານົດວຽກຢ່າງລະອຽດເພື່ອເຮັດໃຫ້ແຜນການຮວ່ມມືມີຜົນສໍາເລັດ ສໍາລັບງົບປະມານການຈັດຕັ້ງປະຕິບັດໂຄງການຝ່າຍ ສ ເກົາຫຼີ ເປັນຜູ້ຮັບຜິດຊອບ, ຝ່າຍລາວຮັບຜິດຊອບໃນການກະກຽມເອກະສານ ເພື່ອອໍານວຍຄວາມສະດວກ, ຂໍອະນຸມັດວີຊາໃຫ້ຊ່ຽວຊານ ແລະ ວິຊາການ ຝ່າຍເກົາຫຼີ ທີ່ເຂົ້າມາຕິດຕັ້ງອຸປະກອນຢູ່ ສປປ ລາວ.
